ໃນຕອນເຊົ້າຂອງວັນທີ 31 ຕຸລາ 2024 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ກະຊວງສຶກສາທິການ ແລະ ກິລາ (ເຂດເຈົ້າອານຸວົງ) ໜ່ວຍພັກຮາກຖານກົມປະກັນຄຸນນະພາບການສຶກສາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ປອ ສໍາລານ ພັນຄະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ສະຫາຍ ບຸນມີ ຈັນທະອຸດົມ ຄະນະພັກກະຊວງ ປະທານກວດກາ ຫົວໜ້າກົມກວດກາ, ຮອງຫົວໜ້າ ຄະນະຮັບຜິດຊອບກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ …
ໃນລະຫວ່າງວັນທີ 09-10 ຕຸລາ 2024 ຜ່ານມາ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການສຶກສາ ໄດ້ຖືກຈັດຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ມີທ່ານ ຮສ. ປອ. ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ບັນດາທ່ານປະທານ-ຮອງປະທານກໍາມາທິການກົດໝາຍ, ກໍາມາທິການວັດທະນະທໍາ-ສັງຄົມ, ບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານຄະນະກົມ ຄະນະພະແນກ ແລະ ວິຊາການ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ຄໍາໃບ ດໍາລັດ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍ ເພາະເປັນກອງປະຊຸມຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍຢ່າງລະອຽດ, ຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ; …
ໃນວັນທີ 25-26 ກັນຍາ 2024 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ກະຊວງສຶກສາທິການ ແລະ ກິລາ (ເຂດເຈົ້າອານຸວົງ) ໜ່ວຍພັກຮາກຖານກົມປະກັນຄຸນນະພາບການສຶກສາ ໄດ້ຈັດກອງປະຊຸມ ບັ້ນດໍາເນີນຊີວິດການເມືອງຄົບຄະນະທ້າຍສະໄໝ ແລະ ທາບທາມບຸກຄະລາກອນ ຮອບທີ 2 ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນມີ ຈັນທະອຸດົມ ຄະນະພັກກະຊວງ ປະທານກວດກາ ຫົວໜ້າກົມກວດກາ, ຮອງຫົວໜ້າ ຄະນະຮັບຜິດຊອບກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ກຸ່ມ4) ແລະ ສະຫາຍ ປັນຍາ ຈັນທະວົງ ຮອງເລຂາໜ່ວຍພັກຮາກຖານ …
ໃນລະຫວ່າງວັນທີ 21-22 ກັນຍາ 2024 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ເຂດເຈົ້າອານຸວົງ), ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຂັ້ນວິຊາການ ຂອງຮ່າງກົດໝາຍວ່າດ້ວຍການສຶກສາ ສະບັບປີ2015 ເພື່ອກະກຽມນໍາສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຍົງ ພົນເສນາ ຫົວໜ້າກົມກົດໝາຍ ຄະນະກຳມາທິການກົດໝາຍ, ທ່ານ ສົມເພັດ ຈິດຕະວັນ ຫົວໜ້າກົມວັດທະນະທໍາ ຄະນະກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ແລະ ທ່ານ ປັນຍາ ຈັນທະວົງ ວ່າການແທນ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ. ເຂົ້າຮ່ວມກອງປະຊຸມ ມີ ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍວ່າດ້ວຍການສຶກສາ ປະກອບດ້ວຍຄະນະກົມ, ຄະນະພະແນກ ແລະ ວິຊາການ ທີ່ກ່ຽວຂ້ອງ ຈາກ ກະຊວງສຶກສາທິການ …
Afternoon of September 20th, 2024, at the 3rd floor meeting room of the Ministry of Education and Sports (Anouvong area), a ceremony was held to announce the appointment of DEQA’s staffs who holding the administrative position level 4, with the participating …
ໃນຕອນເຊົ້າຂອງວັນທີ 20 ກັນຍາ 2024 ທີ່ຫ້ອງປະຊຸມ ສະພາແຫ່ງຊາດ, ໄດ້ມີກອງປະຊຸມລາຍງານຜົນການປະເມີນ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສຶກສາ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມກອງປະຊຸມມີ ທ່ານ ບຸນຕາ ເທບພະວົງ ປະທານຄະນະກໍາມາທິການວັດທະນະທໍາ ແລະ ສັງຄົມ, ບັນດາທ່ານຮອງປະທານ, ທ່ານຫົວໜ້າກົມວັດທະນະທໍາ, ທ່ານຫົວໜ້າກົມສັງຄົມ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ; ມີທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ວ່າການແທນຫົວໜ້າກົມປະກັນຄຸນນະພາບການສຶກສາ, ຫົວໜ້າກົມການເງິນ, ບັນດາຄະນະກົມ, …
ໃນວັນທີ 17-19 ກັນຍາ 2024 ທີ່ຜ່ານມາ ກົມປະກັນຄຸນນະພາບການສຶກສາ ໄດ້ລົງຊຸກຍູ້ວຽກງານປະກັນຄຸນນະພາບການສຶກສາ ໃຫ້ໂຮງຮຽນເຕັກນິກວິຊາຊີບ ແຂວງໄຊສົມບູນ ໂດຍມີຜູ້ເຂົ້າຮ່ວມຈາກ ຫນ່ວຍງານປະກັນຄຸນນະພາບການສຶກສາ, ຕາງຫນ້າຜູ້ພັດທະນາຫຼັກສູດ, ຕາງຫນ້າພາກວິຊາ, ຕາງຫນ້າຫ້ອງການວິຊາການ ຂອງໂຮງຮຽນເຕັກນິກວິຊາຊີບ ແຂວງໄຊສົມບູນ ລວມທັງຫມົດຈໍານວນ 22 ທ່ານ ຍິງ 06 ທ່ານ. ຈຸດປະສົງຂອງການລົງຊຸກຍູ້ ແມ່ນ: ເພື່ອສົ່ງເສີມວຽກງານປະກັນຄຸນນະພາບການສຶກສາ ສຳລັບສະຖານອາຊີວະສຶກສາ ໃຫ້ເປັນເອກະພາບ ແລະ ເປັນລະບົບ. ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ, ຄູອາຈານ ແລະ ຜູ້ຮັບຜິດຊອບວຽກງານປະກັນຄຸນນະພາບການສຶກສາພາຍໃນສະຖານອາຊີວະສຶກສາ. ເພື່ອກຽມຄວາມພ້ອມໃຫ້ສະຖານການສຶກສາ ສາມາດຈັດຕັ້ງປະຕິບັດການປະເມີນຕົນເອງ ແລະ ສ້າງແຜນປັບປຸງຄຸນນະພາບຂອງໂຮງຮຽນ. ໃນໂອກາດທີ່ກົມປະກັນຄຸນນະພາບການສຶກສາໄດ້ລົງມາເຮັດວຽກຄັ້ງນີ້, ທ່ານ ວິກກີ້ …
ໃນວັນທີ 06 – 07 ກັນຍາ 2024 ທີ່ຜ່ານມາ ຢູ່ຫ້ອງປະຊຸມຂອງເຮືອນພັກຕົ້ນດູ່ຊູຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ ກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ສົມທົບກັບຫ້ອງການສໍານັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ ແລະ ກະຊວງຍຸຕິທຳ ຈັດກອງປະຊຸມປັບປຸງຮ່າງກົດໝາຍວ່າດ້ວຍການສຶກສາຕາມຄໍາຄິດເຫັນຂອງລັດຖະບານ ໃຫ້ກຽດເປັນປະທານໂດຍ ທ່ານ ຮສ. ປອ. ສົມກຽດ ພະສີ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ເຂົ້າຮ່ວມກອງປະຊຸມ ມີ ຄະນະຮັບຜິດຊອບສ້າງຮ່າງກົດໝາຍວ່າດ້ວຍການສຶກສາ ຈາກກະຊວງສຶກສາທິການ ແລະ ກິລາ ນໍາພາຄະນະ ໂດຍທ່ານ ປັນຍາ ຈັນທະວົງ ວ່າການແທນຫົວໜ້າກົມປະກັນຄຸນນະພາບການສຶກສາ, ທ່ານນາງ ວຽງແກ້ວ …
ໃນຕອນເຊົ້າຂອງວັນທີ 05 ກັນຍາ 2024 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ກະຊວງສຶກສາທິການ ແລະ ກິລາ (ເຂດເຈົ້າອານຸວົງ) ໜ່ວຍພັກຮາກຖານກົມປະກັນຄຸນນະພາບການສຶກສາ ໄດ້ສໍາເລັດ ກອງປະຊຸມທາບທາມຮອບເປີດກວ້າງ ພາຍໃຕ້ການເປັນປະທານຂອງ ສະຫາຍ ກິ່ງມະໂນ ພົມມະຫາໄຊ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານ ຄະນະຮັບຜິດຊອບກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ຫົວໜ້າ ກຸ່ມ4) ທັງເປັນຜູ້ຊີ້ນໍາກົມປະກັນຄຸນນະພາບການສຶກສາ ແລະ ສະຫາຍ ປັນຍາ ຈັນທະວົງ ຮອງເລຂາໜ່ວຍພັກຮາກຖານ …
ໃນວັນທີ 19-23 ສິງຫາ 2024 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ກົມປະກັນຄຸນນະພາບການສຶກສາ ໄດ້ຈັດກອງປະຊຸມ ຝຶກອົບຮົມຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງກ່ຽວກັບການພັດທະນາໂຮງຮຽນຕາມມາດຕະຖານຄຸນນະພາບການສຶກສາຂັ້ນພື້ນຖານ (ມຄພ) ຊັ້ນອານຸບານສຶກສາຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປັນຍາ ຈັນທະວົງ ວ່າການແທນ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນຄົງ… ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ທ່ານນາງ ມະລີເພັດ ສຸກກະເສີມ ຊ່ຽວຊານດ້ານການສຶກສາກ່ອນໄວຮຽນ ຈາກອົງການ Unicef ເປັນຄະນະປະທານຮ່ວມ. ມີຜູ້ເຂົ້າຮ່ວມ ທີ່ເປັນຄູຝຶກຈາກກົມປະກັນຄຸນນະພາບການສຶກສາ ແລະ …