![](https://deqa.edu.la/wp-content/uploads/2024/08/education_law_revision_titled.jpg)
ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງກົດໝາຍວ່າດ້ວຍການສຶກສາ
ໃນວັນທີ 5-6 ສິງຫາ 2024 ຢູ່ຫ້ອງປະຊຸມຂອງເຮືອນພັກແຄມງຶ່ມ ເມືອງແກ້ວອຸດົມ ແຂວງວຽງຈັນ ກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ສົມທົບກັບກະຊວງຍຸຕິທຳ ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ໃຫ້ກຽດເປັນປະທານໂດຍ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ເຂົ້າຮ່ວມກອງປະຊຸມ ມີ ຄະນະຮັບຜິດຊອບສ້າງຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ຈາກກະຊວງສຶກສາທິການ ແລະ ກິລາ ນໍາພາຄະນະ ໂດຍທ່ານ ປັນຍາ ຈັນທະວົງ ວ່າການແທນຫົວໜ້າກົມປະກັນຄຸນນະພາບການສຶກສາ, ຄະນະກົມ, ຄະນະພະແນກ ແລະ ວິຊາການຂອງບັນດາກົມວິຊາການ ແລະ ກົມບໍລິຫານຂອງກະຊວງສຶກສາທິການ ແລະ ກິລາ, ທ່ານ ພັນໂນລາ ທອງຈັນ ວ່າການຫົວໜ້າກົມກົດໝາຍ ພ້ອມດ້ວຍຄະນະກົມກົດໝາຍ ແລະ ຄະນະພະແນກກົດໝາຍການປົກຄອງ ແລະ ວັດທະນະທຳ-ສັງຄົມ ກົມກົດໝາຍ ກະຊວງຍຸຕິທຳ, ຜູ້ຕາງໜ້າຈາກ ກົມວັດທະນະທຳ ແລະ ກົມກົດໝາຍ ສະພາແຫ່ງຊາດ, ກົມນິຕິກຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລວມຜູ້ເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 19 ທ່ານ.