ຝຶກອົບຮົມຄູຝຶກຂັ້ນທ້ອງຖິ່ນ ກ່ຽວກັບ ມຄພ. ຊັ້ນອະນຸບານ ໃຫ້ແກ່ພະນັກງານປະກັນຄຸນນະພາບ 8 ເມືອງ ແຂວງສະຫວັນນະເຂດ
- Categories Activities, Quality Assurance
- Date 10/08/2024
ໃນວັນທີ 05-09 ສິງຫາ 2024 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ ແຂວງສະຫວັນນະເຂດ, ກົມປະກັນຄຸນນະພາບການສຶກສາ ໄດ້ຈັດກອງປະຊຸມຝຶກອົບຮົມຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງກ່ຽວກັບການພັດທະນາໂຮງຮຽນຕາມມາດຕະຖານຄຸນນະພາບການສຶກສາຂັ້ນພື້ນຖານ (ມຄພ) ຊັ້ນອານຸບານສຶກສາ ຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ພົນມະນີ ສີລິພົງ ຫົວໜ້າພະແນກປະກັນຄຸນນະພາບການສຶກສາ, ກົມປະກັນຄຸນນະພາບການສຶກສາ, ກະຊວງສຶກສາທິການ ແລະ ກິລາ. ໂດຍມີຜູ້ເຂົ້າຮ່ວມ ຈາກກົມການສຶກສາກ່ອນໄວຮຽນ, ກົມປະກັນຄຸນນະພາບການສຶກສາ, ວິທະຍາໄລຄູດົງຄໍາຊ້າງ, ວິທະຍາໄລຄູສະຫວັນນະເຂດ, ຂະແໜງທີ່ກ່ຽວຂ້ອງ ຈາກພະແນກ ສກຂ ສະຫວັນນະເຂດ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມຫົວໜ້າໜ່ວຍງານທີ່ກ່ຽວຂ້ອງ ຂອງ 8 ເມືອງ, ເຊິ່ງມິເມືອງເປົ້າໝາຍສົ່ງເສີມສະເພາະ 3 ເມືອງ (ເມືອງພີນ, ເມືອງເຊໂປນ ແລະ ເມືອງນອງ) ແລະ ເມືອງຮ່ວມສັງເກດການ 5 ເມືອງ (ເມືອງວິລະບູລີ, ເມືອງອາດສະພັງທອງ, ເມືອງອາດສະພອນ, ເມືອງອຸທຸມພອນ ແລະ ເມືອງພະລານໄຊ) ທັງໝົດຈໍານວນ 63 ທ່ານ, ຍິງ 26 ທ່ານ.
ຜ່ານການຝຶກອົບຮົມ ມາເປັນເວລາ 5 ວັນ ເຫັນວ່າ ສໍາມະນາກອນເຂົ້າໃຈ ແລະ ສາມາດອະທິບາຍໄດ້ເນື້ອໃນຂອງຄູ່ມືຄູຝຶກຂັ້ນແຂວງ, ຂັ້ນເມືອງ ຕາມ ມຄພ ຊັ້ນອະນຸບານສຶກສາ ເຊິ່ງແມ່ນ ສອດຄ່ອງກັບໜ້າວຽກຕົວຈິງຂອງຄູສອນຊັ້ນ ອະນຸບານສຶກສາ, ສໍາມະນາກອນ ສາມາດນໍາເອົາເນື້ອໃນຂອງຫຼັກສູດ ໄປຝຶກອົບຮົມໃຫ້ ຜູ້ອໍານວຍການ ຫຼື ຫົວໜ້າໂຮງຮຽນ ແລະ ນໍາພາປະເມີນຕົນເອງຂອງໂຮງຮຽນ ແລະ ຂຽນແຜນພັດທະນາໂຮງຮຽນໄດ້; ສໍາມະນາກອນເອົາໃຈໃສ່ ຕັ້ງໃຈຄົ້ນຄວ້າຮ່ຳຮຽນດີ ພໍສົມຄວນ ມັນສະແດງອອກໃນຜົນການປະເມີນຄວາມເຂົ້າໃຈ ຂອງບັນດາ ທ່ານທີ່ເຂົ້າຮ່ວມໃນແຕ່ລະວັນ ສະເລ່ຍເປີເຊັນປະເມີນຄວາມເຂົ້າໃຈ 3 ວັນ ມີດັ່ງນີ້:
ເຂົ້າໃຈຫຼາຍ ເຂົ້າໃຈປານກາງ ເຂົ້າໃຈໜ້ອຍ
ມື້ທີ 1: 60% 39% 1%
ມື້ທີ 2: 64% 36% 0%
ມື້ທີ 3: 77% 23% 0%
ຈາກຜົນການປະເມີນໃນການຝຶກຕົວຈິງ ເຫັນວ່າ ຜູ້ເຂົ້າຮ່ວມຈໍານວນໜຶ່ງຍັງເຂົ້າໃຈຍາກ ກ່ຽວກັບການກໍານົດຊື່ກິດຈະກໍາ ເພື່ອປັບປຸງແຕ່ລະຈຸດສຸມ ໃຫ້ບັນລຸຕາມຄາດ ໝາຍທີ່ກໍານົດໄວ້ ຄູຝຶກໄດ້ອະທິບາຍຫຼາຍຂຶ້ນ ແລະ ເພີ່ມເວລາໃຫ້ຕື່ມ ແລະ ຫຍຸ້ງຍາກກ່ຽວກັບການຂຽນແຜນພັດທະນາ ໂຮງຮຽນຕາມ ມຄພ ເຊິ່ງເຮັດໃຫ້ວິທະຍາກອນໄດ້ອະທິບາຍຫຼາຍຂຶ້ນ ແລະ ສົນທະນາ ແລກປ່ຽນຄໍາຄິດເຫັນກັນ ແລະ ໃຊ້ເວລາຄົ້ນຄວ້າຫຼາຍ.
ວະລາສຸດທ້າຍ ກົມປະກັນຄຸນນະພາບການສຶກສາໄດ້ມອບໃບຢັ້ງຢືນ ຂອງການຝຶກອົບຮົມໃຫ້ສຳມະນາກອນທີ່ເຂົ້າຮ່ວມ.