ຝຶກອົບຮົມຄູຝຶກຂັ້ນທ້ອງຖິ່ນ ກ່ຽວກັບ ມຄພ. ຊັ້ນອະນຸບານ ໃຫ້ແກ່ພະນັກງານປະກັນຄຸນນະພາບ 7 ເມືອງ ທົ່ວແຂວງຊຽງຂວາງ
- Categories Activities, Quality Assurance
- Date 24/08/2024
ໃນວັນທີ 19-23 ສິງຫາ 2024 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ກົມປະກັນຄຸນນະພາບການສຶກສາ ໄດ້ຈັດກອງປະຊຸມ ຝຶກອົບຮົມຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງກ່ຽວກັບການພັດທະນາໂຮງຮຽນຕາມມາດຕະຖານຄຸນນະພາບການສຶກສາຂັ້ນພື້ນຖານ (ມຄພ) ຊັ້ນອານຸບານສຶກສາຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປັນຍາ ຈັນທະວົງ ວ່າການແທນ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນຄົງ… ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ທ່ານນາງ ມະລີເພັດ ສຸກກະເສີມ ຊ່ຽວຊານດ້ານການສຶກສາກ່ອນໄວຮຽນ ຈາກອົງການ Unicef ເປັນຄະນະປະທານຮ່ວມ. ມີຜູ້ເຂົ້າຮ່ວມ ທີ່ເປັນຄູຝຶກຈາກກົມປະກັນຄຸນນະພາບການສຶກສາ ແລະ ວິທະຍາໄລຄູຄັງໄຂ, ຈາກກົມທີ່ກ່ຽວຂ້ອງພາຍໃນກະຊວງ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ແລະ ນັກສໍາມະນາກອນ ທີ່ມາຈາກຂະແໜງກ່ຽວຂ້ອງພາຍໃນພະແນກ ສກຂ ຊຽງຂວາງ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມຫົວໜ້າໜ່ວຍງານທີ່ກ່ຽວຂ້ອງ ຂອງ 7 ເມືອງ: ເມືອງໜອງແຮດ, ເມືອງໝອກ, ເມືອງຄູນ, ເມືອງແປກ, ເມືອງຄໍາ, ເມືອງຜາໄຊ ແລະ ເມືອງພູກູດ ທົ່ວແຂວງຊຽງຂວາງ ແລະ ເມືອງເຟືອງ ແຂວງວຽງຈັນ ທັງໝົດຈໍານວນ 74 ທ່ານ, ຍິງ 25 ທ່ານ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອ ໃຫ້ສຳມະນາກອນຮັບຮູ້ ແລະ ເຂົ້າໃຈຂັ້ນຕອນ ແລະ ວິທີການຕ່າງໆ ຂອງການພັດທະນາໂຮງຮຽນຕາມ ມຄພ ຊັ້ນອະນຸບານສຶກສາ ແລະ ໃຫ້ຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງ ສາມາດນຳເອົາຄວາມຮູ້ ທີ່ໄດ້ຈາກການຝຶກອົບຮົມໄປຝຶກອົບຮົມຕໍ່ໃຫ້ ຜອ, ຄູ ແລະ ຜູ້ດູແລເດັກ ໃນໂຮງຮຽນເປົ້າໝາຍ ຊຶ່ງໃນຕໍ່ໜ້າ, ເມືອງໜອງແຮດ, ເມືອງໝອກ ແລະ ເມືອງຄູນ ຈະໄດ້ຮັບການສະໜັບສະໜູນຈາກອົງການຍູນີເຊັບ ໃນການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອໍານວຍການ ແລະ ຄູສອນ ໃນຊັ້ນອະນຸບານສຶກສາ ເພື່ອປັບປຸງຄຸນນະພາບການສຶກສາ ໃນ 3 ເມືອງເປົ້າໝາຍດັ່ງກ່າວຕໍ່ໄປ. ສໍາລັບ 4 ເມືອງອື່ນ ເຊັ່ນ ເມືອງແປກ, ເມືອງຄໍາ, ເມືອງຜາໄຊ ແລະ ເມືອງພູກູດ ກົມປະກັນຄຸນນະພາບການສຶກສາ ຈະສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ບໍລິຫານຫານສຶກສາ ແລະ ຊຸກຍູ້ການປັບປຸງຄຸນນະພາບການສຶກສາ ໃຫ້ເປັນຮູບປະທໍາຂຶ້ນກວ່າເກົ່າ ແຕ່ກໍໄດ້ຮຽກຮ້ອງໃຫ້ທັງ 4 ເມືອງ ໃຫ້ຍົກສູງຄວາມເປັນເຈົ້າການ ແລະ ແນວຄິດລິເລີ່ມ ໃນການປັບປຸງຄຸນນະພາບການສຶກສາ ພາຍໃຕ້ຄວາມຮັບຜິດຊອບຂອງຕົນຕື່ມ.