Back

AQAN - ເຄືອຂ່າຍປະກັນຄຸນນະພາບອາຊຽນ

ໃນລະຫວ່າງປີ 2008 ຫາ 2018, ກົມການສຶກສາຊັ້ນສູງ (DHE) ໄດ້ເປັນສະມາຊິກສົມບູນຂອງ AQAN ຕາງໜ້າໂດຍ ທ່ານນາງ ພອນເພັດ ບຸບຜາ ຫົວໜ້າກົມການສຶກສາຊັ້ນສູງ. ໃນເດືອນກັນຍາ 2017, AQAN ໄດ້ດໍາເນີນກອງປະຊຸມຄະນະບໍລິຫານງານ AQAN ແລະ ກອງປະຊຸມວິຊາການ ການປະກັນຄຸນນະພາບ ໂດຍການເປັນເຈົ້າພາບຮ່ວມລະຫວ່າງ DHE ແລະ ESQAC, ທີ່ເມືອງປາກເຊ, ແຂວງຈໍາປາສັກ, ສປປ ລາວ. ນັບຕັ້ງແຕ່ປີ 2018 ປີຕໍ່ໄປ, ສະມາຊິກສົມບູນຂອງ AQAN ຈາກ ສປປ ລາວ ໄດ້ປ່ຽນຈາກ DHE ມາເປັນ ESQAC ຫຼື DEQA ໃນປັດຈຸບັນ.

ກອງ​ປະ​ຊຸມ​ໂຕະ​ມົນ ເປີດໂຕ​ອົງ​ການ​ປະ​ກັນ​ຄຸນ​ນະ​ພາບ​ອາ​ຊຽນ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ກົວ​ລາ​ລຳ​ເປີ​ ແຕ່​ວັນ​ທີ 06 - 08 ກໍລະກົດ 2008, ​ໂດຍ​ອົງການ​ຄຸນ​ນະພາ​ບຂອງ​ມາ​ເລ​ເຊຍ (MQA) ​ແລະ SEAMEO-RIHED ປະຈໍາບາງກອກ. ໂດຍການເຂົ້າຮ່ວມຂອງຫົວໜ້າອົງການປະກັນຄຸນນະພາບ ແລະ ໃນກໍລະນີທີ່ບໍ່ທັນມີອົງການປະກັນຄຸນນະພາບຢ່າງເປັນທາງການ ແມ່ນຜູ້ຕາງໜ້າຈາກກະຊວງທີ່ຮັບຜິດຊອບວຽກງານປະກັນຄຸນນະພາບການສຶກສາຊັ້ນສູງ ຈາກບັນດາປະເທດອາຊຽນ. ໃນ​ຖາ​ນະ​ເປັນ​ກອງ​ປະ​ຊຸມ​ໂຕະມົນເປີດໂຕ, ຜູ້​ຕາງ​ຫນ້າຈາກບັນດາ​ປະ​ເທດ ໄດ້​ສະເໜີສະ​ພາບ​ລວມ​ຂອງ​ວຽກງານ​ປະ​ກັນ​ຄຸນ​ນະ​ພາບ​ການ​ສຶກ​ສາ​ຊັ້ນ​ສູງ​ໃນ​ປະ​ເທດ​ຂອງ​ຕົນ. ການນຳສະເໜີເຫຼົ່ານີ້ໄດ້ຖືກລວບລວມ ແລະ ພິມເຜີຍແຜ່ເປັນວາລະສານ ແລະ ແຈກຢາຍໃຫ້ສະມາຊິກທັງໝົດ.

ເປົ້າ​ໝາຍຫຼັກ​ຂອງ​ກອງ​ປະຊຸມໂຕະມົນຄັ້ງປະຖົມມະເລີກນີ້ ​ແມ່ນ​ເພື່ອ​ສົ່ງເສີມການ​ສ້າງ​ເຄືອ​ຂ່າຍ​ລະຫວ່າງ​ອົງການປະກັນຄຸນນະພາບ (QA) ຂອງ​ອາ​ຊຽນ, ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ລະບົບ​ການປະກັນ​ຄຸນ​ນະພາ​ບການ​ສຶກສາ​ຊັ້ນ​ສູງ ເຊິ່ງກັນ​ແລະ​ກັນ​ແລະ ເພື່ອ​ພິຈາລະນາ​ການ​ສ້າງ​ຕັ້ງເຄືອ​ຂ່າຍ QA ຂອງ​ອາ​ຊຽນ.

ກອງ​ປະ​ຊຸມ​ໂຕະ​ມົນ​ປີ 2008 ໄດ້​ເຫັນ​ດີ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ Kuala Lumpur ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ເຄືອ​ຂ່າຍປະ​ກັນ​ຄຸນ​ນະ​ພາບ​ອາ​ຊຽນ (AQAN).

...