AQRF - ຄະນະກໍາມະການຂອບວຸດທິອາຊຽນ
ນັບຕັ້ງແຕ່ 2017, ສູນປະກັນຄຸນນະພາບການສຶກສາ ຫຼື ກົມປະກັນຄຸນນະພາບການສຶກສາ ໄດ້ເປັນຜູ້ຕາງໜ້າຂອງສປປ.ລາວ ເຂົ້າຮ່ວມເປັນສະມາຊິກ ຄະນະກໍາມະການຂອບວຸດທິອາຊຽນ. ບົດລາຍງານອ້າງອີງບາງສ່ວນ ໄດ້ຖືກພັດທະນາ ແລະ ນໍາສະເໜີຕໍ່ຄະນະກໍາມະການດັ່ງກ່າວ ເພື່ອເປັນການເຝິກຊ້ອມ ແລະ ຮັບຮູ້ບັນດາສິ່ງທ້າທາຍ ເພື່ອປັບປຸງລະບົບວຸດທິຂອງສປປ.ລາວ.
ຂອບວຸດທິອາຊຽນ (AQRF) ເປັນຂອບວຸດທິເພື່ອການອ້າງອີງລວມ ເພື່ອຊ່ວຍໃຫ້ສາມາດປຽບທຽບວຸດທິການສຶກສາລະຫວ່າງບັນດາປະເທດສະມາຊິກອາຊຽນ (AMS).
ຈຸດປະສົງຂອງ AQRF ປະກອບດ້ວຍ:
- ສະໜັບສະໜູນການຮັບຮູ້ວຸດທິ
- ພັດທະນາຂອບວຸດທິເພື່ອຊຸກຍູ້ການຮຽນຮູ້ຕະຫຼອດຊີວິດ
- ພັດທະນາວິທີການຢັ້ງຢືນການສຶກສານອກໂຮງຮຽນ
- ສົ່ງເສີມການເຄື່ອນຢ້າຍຂອງຜູ້ຮຽນ ແລະ ຜູ້ອອກແຮງງານ
- ພາໃຫ້ມີຄວາມເຂົ້າໃຈດີຂຶ້ນ ຕໍ່ລະບົບວຸດທິ
- ສົ່ງເສີມຄຸນນະພາບຂອງລະບົບວຸດທິໃຫ້ດີຂຶ້ນ
AQRF ຖືກພັດທະນາຂຶ້ນ ອີງໃສ່ຄວາມເຂົ້າໃຈທີ່ຕົກລົງເປັນເອກະພາບກັນລະຫວ່າງ AMS. ໂດຍການອອກແບບ, ໃຫ້ມັນມີຈຸດປະສົງທີ່ຈະມີອິດທິພົນແບບເປັນກາງຕໍ່ຂອບວຸດທິແຫ່ງຊາດ (NQF) ຂອງແຕ່ລະປະເທດ AMS ທີ່ເຂົ້າຮ່ວມ. ເຊິ່ງແຕ່ລະປະເທດ AMS ແມ່ນຖືກເຊື້ອເຊີນໃຫ້ເຂົ້າຮ່ວມໃນ AQRF ດ້ວຍຄວາມສະໝັກໃຈ ທັງການມີສ່ວນຮ່ວມ ແລະ ການຈັດຕັ້ງປະຕິບັດ. ສິ່ງສໍາຄັນກວ່ານັ້ນ, ການມີສ່ວນຮ່ວມໃນ AQRF ບໍ່ຈໍາເປັນຕ້ອງປ່ຽນແປງລະບົບວຸດທິແຫ່ງຊາດ (NQS). AQRF ເຄົາລົບໂຄງສ້າງທີ່ເປັນເອກະລັກສະເພາະ ແລະຂະບວນການໃນການເຂົ້າຮ່ວມຂອງ AMS ເພື່ອຮັກສາລະດັບຄວາມຮັບຜິດຊອບຕໍ່ກັບບູລິມະສິດແຫ່ງຊາດຂອງຕົນ.
AQRF ໄດ້ຮັບການຮັບຮອງຈາກບັນດາລັດຖະມົນຕີເສດຖະກິດອາຊຽນ (AEM) ໃນເດືອນສິງຫາ 2014; ລັດຖະມົນຕີສຶກສາອາຊຽນ (ASED) ໃນເດືອນກັນຍາ 2014; ແລະ ລັດຖະມົນຕີແຮງງານອາຊຽນ (ALMM) ໂດຍຜ່ານການລົງປະຊາມະຕິແຕ່ເດືອນພະຈິກ 2014 ຫາເດືອນພຶດສະພາ 2015.
ຫຼັງຈາກນັ້ນ, ເອກະສານກ່ຽວກັບໂຄງສ້າງ ແລະ ການຄຸ້ມຄອງ AQRF ໄດ້ຮັບການຮັບຮອງໂດຍ ALMM ແລະ ASED ໃນເດືອນພຶດສະພາ 2016, ແລະ AEM ໃນເດືອນສິງຫາ 2016, ເຊິ່ງໄດ້ສະຫນອງບ່ອນອີງພື້ນຖານໃນການສ້າງຕັ້ງຄະນະກໍາມະການຂອບວຸດທິອາຊຽນ ເພື່ອຈັດຕັ້ງປະຕິບັດ AQRF.