Back

ຄະນະກົມ

ປັນຍາ ຈັນທະວົງ
ວ່າການແທນ ຫົວໜ້າກົມ
ປ້ອງມິ່ງ ສີສະຫວັດ
ຮອງຫົວໜ້າກົມ
ລັດສະໝີ ທໍາມະວົງສາ
ຮອງຫົວໜ້າກົມ
ພົນມະນີ ສິລິພົງ
ຮອງຫົວໜ້າກົມ
  1. ຄົ້ນຄວ້າ, ສັງລວມ ແລະ ສ້າງແຜນພັດທະນາວຽກງານພາຍໃນກົມ;
  2. ເປັນເລຂານຸການ, ປະສານງານການນັດໝາຍເຊີນ ແລະ ວຽກງານພິທີການຕ່າງໆຂອງກົມ ແລະ ພົວພັນປະສານງານກັບພາກສ່ວນອື່ນ ທັງໃນ ແລະ ນອກ;
  3. ຄຸ້ມຄອງ ເອກະສານ, ອັດສໍາເນົາ, ສົ່ງເອກະສານ ແລະ ແຈ້ງຂ່າວພາຍໃນກົມ;
  4. ຄຸ້ມຄອງ ບັນຊີ, ງົບປະມານການເງິນ, ການນໍາໃຊ້ຊັບສິນ, ພາຫະນະ, ອຸປະກອນ ແລະ ອື່ນໆ ພາຍໃນກົມ;
  5. ສ້າງແຜນງົບປະມານ, ຄຸ້ມຄອງການນໍາໃຊ້, ຕິດຕາມ ແລະ ສະຫຼຸບລາຍຮັບລາຍຈ່າຍຂອງກົມເປັນແຕ່ລະໄລຍະ;
  6. ຄົ້ນຄວ້າ ການສ້າງຕັ້ງ ຫຼື ຍຸບເລີກ ຫົວຫນ່ວຍການຈັດຕັ້ງ ຂອງກົມ;
  7. ຄົ້ນຄວ້າ ການຂຽນຄູ່ມືວິທີການເຮັດວຽກ ແລະ ການກໍານົດຕໍາແໜ່ງງານຂອງກົມ;
  8. ຄົ້ນຄວ້າ ແລະ ຈັດຕັ້ງການປະເມີນຜົນງານ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງພະນັກງານ-ລັດຖະກອນ ພາຍໃນກົມ ຕາມລະບຽບການ;
  9. ຄົ້ນຄວ້າ ການປະຕິບັດນະໂຍບາຍ, ແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍ, ບໍາເນັດ, ບໍານານ, ການຍ້ອງຍໍ, ການປະຕິບັດວິໄນ ແລະ ປົດຕໍາແໜ່ງ ພະນັກງານ-ລັດຖະກອນ ຕາມກົດໝາຍ ແລະ ລະບຽບການ;
  10. ພົວພັນ, ຮ່ວມມື ແລະ ປະສານງານດ້ານວິຊາການກັບພາກສ່ວນອື່ນ ທັງໃນ ແລະ ນອກ;
  11. ສະຫຼຸບ ແລະ ລາຍງານ ແຜນການເຄື່ອນໄຫວ ປະຈໍາອາທິດ, ປະຈໍາເດືອນ, ປະຈໍາ 3 ເດືອນ, ປະຈໍາ 6 ເດືອນຕົ້ນປີ, 6 ເດືອນທ້າຍປີ, ປະຈໍາປີ, ປະຈໍາ 3 ປີ ແລະ 5 ປີ ຂອງກົມ;
  12. ປະສານສົມທົບກັບບັນດາພະແນກ ພາຍໃນກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ;
  13. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
  14. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
ຈັນທະວີ ວິພາວັນ
ຫົວໜ້າພະແນກ
ອິດຕິພົນ ດວງພິມວົງ
ຮອງຫົວໜ້າພະແນກ
ພັນມະນີທິບ ກຸສົນສະຫວັດ
ວິຊາການ
ວັດທະນາ ພົມມະລັງສີ
ວິຊາການ
ອາແດງ ມະນີວົງ
ວິຊາການ
...
ວິຊາການ
ສຸກສະຫວັນ ສູນມະນີວົງ
ຫົວໜ້າພະແນກ
ຄໍາສະຫວ່າງ ສີຫຼວງລາດ
ຮອງຫົວໜ້າພະແນກ
ວິໄລວຽງ ທຸມມາ
ຮອງຫົວໜ້າພະແນກ
ຈັນສຸດາ ສີວັນຄຳ
ວິຊາການ
ຕາດໍາ ແສນພິລາວົງສາ
ວິຊາການ
ບົງດວງຈັນ ປໍ້ມົວ
ວິຊາການ
ສີສະເກດ ອຸດົມສຸກ
ວິຊາການ
  1. ສ້າງແຜນກິດຈະກໍາໃນການເຄື່ອນໄຫວວຽກງານປະກັນຄຸນນະພາບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ໃນແຕ່ລະໄລຍະ;
  2. ສ້າງ ແລະ ປັບປຸງມາດຕະຖານ, ຕົວຊີ້ວັດ, ເກນການປະເມີນ, ຄູ່ມື ແລະ ນິຕິກໍາຕ່າງໆ ກ່ຽວກັບການປະກັນຄຸນນະພາບການສຶກສາ ກ່ອນໄວຮຽນ ແລະ ສາມັນສຶກສາ;
  3. ສ້າງຄວາມເຂັ້ມແຂງໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ເພື່ອສາມາດຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບ ໃນຂັ້ນຄຸ້ມຄອງຂອງຕົນ;
  4. ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ປະເມີນພາຍນອກ ສໍາລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;
  5. ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ວຽກງານປະກັນຄຸນນະພາບການສຶກສາຂອງສະຖານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ແລະ ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ;
  6. ຄົ້ນຄວ້າ ແລະ ນໍາສະເໜີ ຜົນການປະເມີນພາຍນອກ ຂອງສະຖານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ຕາມການລາຍງານຂອງທ້ອງຖິ່ນ ເພື່ອຮັບຮອງ ແລະ ອອກໃບຢັ້ງຢືນຄຸນນະພາບການສຶກສາ;
  7. ສ້າງລະບົບຖານຂໍ້ມູນວຽກງານປະກັນຄຸນນະພາບການສຶກສາ ຂອງສະຖານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;
  8. ສັງລວມ ການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບການສຶກສາຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ໃນແຕ່ລະໄລຍະ;
  9. ປະສານສົມທົບກັບບັນດາພະແນກ ພາຍໃນກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ;
  10. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
  11. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
ສຸພັນໄຊ ສິງທໍາມະວົງ
ຫົວໜ້າພະແນກ
...
ຮອງຫົວໜ້າພະແນກ
ວຽງສະຫວັນ ແກ້ວຕາ
ວິຊາການ
ປອ. ສົມໃຈ ສົງສະໄໝວົງ
ວິຊາການ
ດົນບັນດານ ຈອມສີຫາ
ວິຊາການ
ສົມໃຈ ຫຼວງປັນຍາ
ວິຊາການ
ຕູ້ລີ​ ລີເຢ້ເບ່ຍປໍ
ວິຊາການ
  1. ສ້າງແຜນກິດຈະກໍາ ໃນການເຄື່ອນໄຫວວຽກງານການຄຸ້ມຄອງວຸດທິການສຶກສາ ແລະ ການປະກັນຄຸນນະພາບຂອງສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ;
  2. ພັດທະນາ ແລະ ປັບປຸງ ນິຕິກໍາ ທີ່ກ່ຽວຂ້ອງກັບຂອບວຸດທິການສຶກສາແຫ່ງຊາດ ແລະ ການປະກັນຄຸນນະພາບການສຶກສາ ສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ໃນລະດັບສະຖານການສຶກສາ ແລະ ລະດັບຫຼັກສູດ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  3. ປະສານສົມທົບກັບບັນດາກະຊວງ, ສະຖານການສຶກສາ ແລະ ພາກສ່ວນຕ່າງໆ ປັບປຸງຜົນການຮຽນຂອງແຕ່ລະລາຍວິຊາ, ຫຼັກສູດ ແລະ ລະດັບວຸດທິການສຶກສາ ໃຫ້ສອດຄ່ອງກັບມາດຕະຖານຂອງຂອບວຸດທິໃນແຕ່ລະລະດັບ.
  4. ຕິດຕາມ, ຊຸກຍູ້, ສົ່ງເສີມ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ການປະເມີນຄຸນນະພາບການສຶກສາພາຍໃນ ແລະ ຈັດຕັ້ງປະຕິບັດການປະເມີນຄຸນນະພາບການສຶກສາພາຍນອກ ໃຫ້ສະຖານການສຶກສາສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ;
  5. ຄົ້ນຄວ້າ ແລະ ນໍາສະເໜີ ຜົນການປະເມີນ ເພື່ອຮັບຮອງ ແລະ ອອກໃບຢັ້ງຢືນຄຸນນະພາບການສຶກສາໃນລະດັບອາຊີວະສຶກສາ ແລະ ການສຶກສາຊັ້ນສູງ;
  6. ສັງລວມການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບ ຢູ່ບັນດາສະຖານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃນແຕ່ລະໄລຍະ;
  7. ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍແຜນງານ ຂອງຄະນະກໍາມະການຂອບວຸດທິການສຶກສາແຫ່ງຊາດເພື່ອເຊື່ອມໂຍງຂອບວຸດທິອາຊຽນ;
  8. ພົວພັນ ແລະ ຮ່ວມມື ໃນການເຊື່ອມໂຍງ ລະບົບປະກັນຄຸນນະພາບການສຶກສາ ແລະ ຂອບວຸດທິການສຶກສາ ແຫ່ງຊາດ ກັບພາກພື້ນ ແລະ ສາກົນ;
  9. ທົດສອບ, ປະເມີນຜົນການຮຽນຂອງຜູ້ຮຽນມາດຕະຖານ ພາກພື້ນ ແລະ ສາກົນ;
  10. ອອກໃບຢັ້ງຢືນວຸດທິການສຶກສາຈາກຕ່າງປະເທດ;
  11. ສ້າງລະບົບຖານຂໍ້ມູນການຂຶ້ນທະບຽນວຸດທິບັດ, ຂໍ້ມູນທີ່ກ່ຽວຂ້ອງກັບຜູ້ສໍາເລັດການສຶກສາ ຫຼື ການຝຶກອົບຮົມທີ່ໄດ້ຮັບວຸດທິບັດແລ້ວໃນຊັ້ນມັດທະຍົມສຶກສາ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງຢ່າງລວມສູນ.
  12. ປະສານສົມທົບກັບບັນດາພະແນກ ພາຍໃນກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ;
  13. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
  14. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
ສີສັກດາ ບູລົມ
ຫົວໜ້າພະແນກ
ໂມນີກ້າ ທິບພະລັງສີ
ຮອງຫົວໜ້າພະແນກ
..
ຮອງຫົວໜ້າພະແນກ
ສຸບາກິ ວົງເສດຖາ
ວິຊາການ
ລັດສະໝີ ກອງຈັນສະຫວັດ
ວິຊາການ
ກະຕ່າຍ ພັນທະວົງ
ວິຊາການ
ຄີນນິທັກ ແສງບັນດິດ
ວິຊາການ (ຮຽນຕໍ່ຕ່າງປະເທດ)
ແສງອາລຸນ
ວິຊາການ (ເຝິກງານ)
  1. ຄົ້ນຄວ້າສ້າງແຜນການໂຄສະນາເຜີຍແຜ່, ຕິດຕາມ ແລະ ປະເມີນຜົນ ບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ຜົນການຄົ້ນຄວ້າວິໄຈ ການປະກັນຄຸນນະພາບການສຶກສາ ແລະ ຂອບວຸດທິການສຶກສາແຫ່ງຊາດຂອງຂະແໜງການສຶກສາ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ;
  2. ສໍາເນົາ, ເກັບຮັກສາບັນດາກົດໝາຍ, ນິຕິກໍາຕ່າງໆ ຂອງຂະແໜງການສຶກສາ ແລະ ກິລາ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າ;
  3. ໂຄສະນາເຜີຍແຜ່ ບັນດາກົດໝາຍ, ນິຕິກໍາຕ່າງໆ, ຜົນການຄົ້ນຄວ້າວິໄຈ ການປະກັນຄຸນນະພາບການສຶກສາ ແລະ ຂອບວຸດທິການສຶກສາແຫ່ງຊາດຂອງຂະແໜງການສຶກສາ ແລະ ກິລາ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ພ້ອມທັງເກັບກໍາຂໍ້ມູນການໂຄສະນາເຜີຍແຜ່;
  4. ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາກົດໝາຍ, ນິຕິກໍາຕ່າງໆ, ການປະກັນຄຸນນະພາບການສຶກສາ ແລະ ຂອບວຸດທິການສຶກສາແຫ່ງຊາດ;
  5. ສັງລວມບັນດາກົດໝາຍ, ນິຕິກໍາທີ່ນໍາໃຊ້ທົ່ວໄປຂອງຂະແໜງການສຶກສາ ແລະ ກິລາ ເພື່ອສະເໜີພາກສ່ວນກ່ຽວຂ້ອງລົງຈົດໝາຍເຫດທາງລັດຖະການ, ສະເໜີຈັດພິມ, ແຈກຢາຍ, ໂຄສະນາເຜີຍແຜ່ໃນເວັບໄຊ, ສື່ສັງຄົມ ແລະ ຮູບການອື່ນຕາມຄວາມເໝາະສົມ;
  6. ສ້າງ, ປັບປຸງ ແລະ ຄຸ້ມຄອງລະບົບຂໍ້ມູນຂ່າວສານ ກ່ຽວກັບນິຕິກໍາ, ການປະກັນຄຸນນະພາບການສຶກສາ ແລະ ຂອບວຸດທິການສຶກສາແຫ່ງຊາດ;
  7. ພົວພັນຮ່ວມມືດ້ານວິຊາການກ່ຽວກັບວຽກງານໂຄສະນາເຜີຍແຜ່, ຕິດຕາມ ແລະ ປະເມີນຜົນໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  8. ປະສານສົມທົບກັບບັນດາພະແນກພາຍໃນກົມໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ
  9. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
  10. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
ດາວີ ວື່ຫວາຊົວ
ຫົວໜ້າພະແນກ
ໄຊສົມຈິດ ປະເສີດສັກ
ຮອງຫົວໜ້າພະແນກ
ຄອນຄຳ ດວງມະນີ
ວິຊາການ
ແສງສຸລີ ດິນດາວົງ
ວິຊາການ
...
ວິຊາການ
...
ວິຊາການ