ໃນວັນທີ 06 – 07 ກັນຍາ 2024 ທີ່ຜ່ານມາ ຢູ່ຫ້ອງປະຊຸມຂອງເຮືອນພັກຕົ້ນດູ່ຊູຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ ກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ສົມທົບກັບຫ້ອງການສໍານັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ ແລະ ກະຊວງຍຸຕິທຳ ຈັດກອງປະຊຸມປັບປຸງຮ່າງກົດໝາຍວ່າດ້ວຍການສຶກສາຕາມຄໍາຄິດເຫັນຂອງລັດຖະບານ ໃຫ້ກຽດເປັນປະທານໂດຍ ທ່ານ ຮສ. ປອ. ສົມກຽດ ພະສີ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ເຂົ້າຮ່ວມກອງປະຊຸມ ມີ ຄະນະຮັບຜິດຊອບສ້າງຮ່າງກົດໝາຍວ່າດ້ວຍການສຶກສາ ຈາກກະຊວງສຶກສາທິການ ແລະ ກິລາ ນໍາພາຄະນະ ໂດຍທ່ານ ປັນຍາ ຈັນທະວົງ ວ່າການແທນຫົວໜ້າກົມປະກັນຄຸນນະພາບການສຶກສາ, ທ່ານນາງ ວຽງແກ້ວ …