ໃນລະຫວ່າງວັນທີ 21-22 ກັນຍາ 2024 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ເຂດເຈົ້າອານຸວົງ), ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຂັ້ນວິຊາການ ຂອງຮ່າງກົດໝາຍວ່າດ້ວຍການສຶກສາ ສະບັບປີ2015 ເພື່ອກະກຽມນໍາສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຍົງ ພົນເສນາ ຫົວໜ້າກົມກົດໝາຍ ຄະນະກຳມາທິການກົດໝາຍ, ທ່ານ ສົມເພັດ ຈິດຕະວັນ ຫົວໜ້າກົມວັດທະນະທໍາ ຄະນະກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ແລະ ທ່ານ ປັນຍາ ຈັນທະວົງ ວ່າການແທນ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ. ເຂົ້າຮ່ວມກອງປະຊຸມ ມີ ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍວ່າດ້ວຍການສຶກສາ ປະກອບດ້ວຍຄະນະກົມ, ຄະນະພະແນກ ແລະ ວິຊາການ ທີ່ກ່ຽວຂ້ອງ ຈາກ ກະຊວງສຶກສາທິການ …
ໃນຕອນເຊົ້າຂອງວັນທີ 20 ກັນຍາ 2024 ທີ່ຫ້ອງປະຊຸມ ສະພາແຫ່ງຊາດ, ໄດ້ມີກອງປະຊຸມລາຍງານຜົນການປະເມີນ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສຶກສາ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມກອງປະຊຸມມີ ທ່ານ ບຸນຕາ ເທບພະວົງ ປະທານຄະນະກໍາມາທິການວັດທະນະທໍາ ແລະ ສັງຄົມ, ບັນດາທ່ານຮອງປະທານ, ທ່ານຫົວໜ້າກົມວັດທະນະທໍາ, ທ່ານຫົວໜ້າກົມສັງຄົມ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ; ມີທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ວ່າການແທນຫົວໜ້າກົມປະກັນຄຸນນະພາບການສຶກສາ, ຫົວໜ້າກົມການເງິນ, ບັນດາຄະນະກົມ, …