ໃນວັນທີ 17-19 ກັນຍາ 2024 ທີ່ຜ່ານມາ ກົມປະກັນຄຸນນະພາບການສຶກສາ ໄດ້ລົງຊຸກຍູ້ວຽກງານປະກັນຄຸນນະພາບການສຶກສາ ໃຫ້ໂຮງຮຽນເຕັກນິກວິຊາຊີບ ແຂວງໄຊສົມບູນ ໂດຍມີຜູ້ເຂົ້າຮ່ວມຈາກ ຫນ່ວຍງານປະກັນຄຸນນະພາບການສຶກສາ, ຕາງຫນ້າຜູ້ພັດທະນາຫຼັກສູດ, ຕາງຫນ້າພາກວິຊາ, ຕາງຫນ້າຫ້ອງການວິຊາການ ຂອງໂຮງຮຽນເຕັກນິກວິຊາຊີບ ແຂວງໄຊສົມບູນ ລວມທັງຫມົດຈໍານວນ 22 ທ່ານ ຍິງ 06 ທ່ານ. ຈຸດປະສົງຂອງການລົງຊຸກຍູ້ ແມ່ນ: ເພື່ອສົ່ງເສີມວຽກງານປະກັນຄຸນນະພາບການສຶກສາ ສຳລັບສະຖານອາຊີວະສຶກສາ ໃຫ້ເປັນເອກະພາບ ແລະ ເປັນລະບົບ. ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ, ຄູອາຈານ ແລະ ຜູ້ຮັບຜິດຊອບວຽກງານປະກັນຄຸນນະພາບການສຶກສາພາຍໃນສະຖານອາຊີວະສຶກສາ. ເພື່ອກຽມຄວາມພ້ອມໃຫ້ສະຖານການສຶກສາ ສາມາດຈັດຕັ້ງປະຕິບັດການປະເມີນຕົນເອງ ແລະ ສ້າງແຜນປັບປຸງຄຸນນະພາບຂອງໂຮງຮຽນ. ໃນໂອກາດທີ່ກົມປະກັນຄຸນນະພາບການສຶກສາໄດ້ລົງມາເຮັດວຽກຄັ້ງນີ້, ທ່ານ ວິກກີ້ …