ໃນວັນທີ 19-23 ສິງຫາ 2024 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ກົມປະກັນຄຸນນະພາບການສຶກສາ ໄດ້ຈັດກອງປະຊຸມ ຝຶກອົບຮົມຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງກ່ຽວກັບການພັດທະນາໂຮງຮຽນຕາມມາດຕະຖານຄຸນນະພາບການສຶກສາຂັ້ນພື້ນຖານ (ມຄພ) ຊັ້ນອານຸບານສຶກສາຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປັນຍາ ຈັນທະວົງ ວ່າການແທນ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນຄົງ… ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ທ່ານນາງ ມະລີເພັດ ສຸກກະເສີມ ຊ່ຽວຊານດ້ານການສຶກສາກ່ອນໄວຮຽນ ຈາກອົງການ Unicef ເປັນຄະນະປະທານຮ່ວມ. ມີຜູ້ເຂົ້າຮ່ວມ ທີ່ເປັນຄູຝຶກຈາກກົມປະກັນຄຸນນະພາບການສຶກສາ ແລະ …