ໃນວັນທີ 05-09 ສິງຫາ 2024 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ ແຂວງສະຫວັນນະເຂດ, ກົມປະກັນຄຸນນະພາບການສຶກສາ ໄດ້ຈັດກອງປະຊຸມຝຶກອົບຮົມຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງກ່ຽວກັບການພັດທະນາໂຮງຮຽນຕາມມາດຕະຖານຄຸນນະພາບການສຶກສາຂັ້ນພື້ນຖານ (ມຄພ) ຊັ້ນອານຸບານສຶກສາ ຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ພົນມະນີ ສີລິພົງ ຫົວໜ້າພະແນກປະກັນຄຸນນະພາບການສຶກສາ, ກົມປະກັນຄຸນນະພາບການສຶກສາ, ກະຊວງສຶກສາທິການ ແລະ ກິລາ. ໂດຍມີຜູ້ເຂົ້າຮ່ວມ ຈາກກົມການສຶກສາກ່ອນໄວຮຽນ, ກົມປະກັນຄຸນນະພາບການສຶກສາ, ວິທະຍາໄລຄູດົງຄໍາຊ້າງ, ວິທະຍາໄລຄູສະຫວັນນະເຂດ, ຂະແໜງທີ່ກ່ຽວຂ້ອງ ຈາກພະແນກ ສກຂ ສະຫວັນນະເຂດ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມຫົວໜ້າໜ່ວຍງານທີ່ກ່ຽວຂ້ອງ ຂອງ 8 …