ໃນວັນທີ 09-13 ກັນຍາ 2024 ທີ່ຜ່ານມາ ກົມປະກັນຄຸນນະພາບການສຶກສາ ໄດ້ຈັດກອງປະຊຸມຝຶກອົບຮົມຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງກ່ຽວກັບການພັດທະນາໂຮງຮຽນຕາມມາດຕະຖານຄຸນນະພາບການສຶກສາຂັ້ນພື້ນຖານ (ມຄພ) ຊັ້ນອານຸບານສຶກສາ ຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປັນຍາ ຈັນທະວົງ ວ່າການແທນ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄໍາເຟືອງ ອິນທິສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ປະທານຮ່ວມ, ມີຜູ້ເຂົ້າຮ່ວມ ທີ່ເປັນຄູຝຶກຈາກກົມປະກັນຄຸນນະພາບການສຶກສາ ແລະ ວິທະຍາໄລຄູສາລະວັນ, ແລະ ນັກສໍາມະນາກອນ ທີ່ມາຈາກຂະແໜງກ່ຽວຂ້ອງພາຍໃນພະແນກ ສກຂ ສາລະວັນ, ຄະນະຫ້ອງການສຶກສາທິການ ແລະ …