ໃນລະຫວ່າງວັນທີ 09-10 ຕຸລາ 2024 ຜ່ານມາ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການສຶກສາ ໄດ້ຖືກຈັດຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ມີທ່ານ ຮສ. ປອ. ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ບັນດາທ່ານປະທານ-ຮອງປະທານກໍາມາທິການກົດໝາຍ, ກໍາມາທິການວັດທະນະທໍາ-ສັງຄົມ, ບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານຄະນະກົມ ຄະນະພະແນກ ແລະ ວິຊາການ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ຄໍາໃບ ດໍາລັດ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍ ເພາະເປັນກອງປະຊຸມຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍຢ່າງລະອຽດ, ຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ; …