Back

ກອງປະຊຸມໃຫຍ່ 3 ຂັ້ນ (ຮອບທໍາອິດ) ຂອງໜ່ວຍພັກຮາກຖານກົມປະກັນຄຸນນະພາບການສຶກສາ

ໃນຕອນເຊົ້າຂອງວັນທີ 05 ກັນຍາ 2024 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ກະຊວງສຶກສາທິການ ແລະ ກິລາ (ເຂດເຈົ້າອານຸວົງ) ໜ່ວຍພັກຮາກຖານກົມປະກັນຄຸນນະພາບການສຶກສາ ໄດ້ສໍາເລັດ ກອງປະຊຸມທາບທາມຮອບເປີດກວ້າງ ພາຍໃຕ້ການເປັນປະທານຂອງ ສະຫາຍ ກິ່ງມະໂນ ພົມມະຫາໄຊ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານ ຄະນະຮັບຜິດຊອບກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ຫົວໜ້າ ກຸ່ມ4) ທັງເປັນຜູ້ຊີ້ນໍາກົມປະກັນຄຸນນະພາບການສຶກສາ ແລະ ສະຫາຍ ປັນຍາ ຈັນທະວົງ ຮອງເລຂາໜ່ວຍພັກຮາກຖານ …

ຝຶກອົບຮົມຄູຝຶກຂັ້ນທ້ອງຖິ່ນ ກ່ຽວກັບ ມຄພ. ຊັ້ນອະນຸບານ ໃຫ້ແກ່ພະນັກງານປະກັນຄຸນນະພາບ 7 ເມືອງ ທົ່ວແຂວງຊຽງຂວາງ

ໃນວັນທີ 19-23 ສິງຫາ 2024 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ກົມປະກັນຄຸນນະພາບການສຶກສາ ໄດ້ຈັດກອງປະຊຸມ ຝຶກອົບຮົມຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງກ່ຽວກັບການພັດທະນາໂຮງຮຽນຕາມມາດຕະຖານຄຸນນະພາບການສຶກສາຂັ້ນພື້ນຖານ (ມຄພ) ຊັ້ນອານຸບານສຶກສາຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປັນຍາ ຈັນທະວົງ ວ່າການແທນ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນຄົງ… ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ທ່ານນາງ ມະລີເພັດ ສຸກກະເສີມ ຊ່ຽວຊານດ້ານການສຶກສາກ່ອນໄວຮຽນ ຈາກອົງການ Unicef ເປັນຄະນະປະທານຮ່ວມ. ມີຜູ້ເຂົ້າຮ່ວມ ທີ່ເປັນຄູຝຶກຈາກກົມປະກັນຄຸນນະພາບການສຶກສາ ແລະ …

ຝຶກອົບຮົມຄູຝຶກຂັ້ນທ້ອງຖິ່ນ ກ່ຽວກັບ ມຄພ. ຊັ້ນອະນຸບານ ໃຫ້ແກ່ພະນັກງານປະກັນຄຸນນະພາບ 8 ເມືອງ ແຂວງສະຫວັນນະເຂດ

ໃນວັນທີ 05-09 ສິງຫາ 2024 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ ແຂວງສະຫວັນນະເຂດ, ກົມປະກັນຄຸນນະພາບການສຶກສາ ໄດ້ຈັດກອງປະຊຸມຝຶກອົບຮົມຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງກ່ຽວກັບການພັດທະນາໂຮງຮຽນຕາມມາດຕະຖານຄຸນນະພາບການສຶກສາຂັ້ນພື້ນຖານ (ມຄພ) ຊັ້ນອານຸບານສຶກສາ ຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ພົນມະນີ ສີລິພົງ ຫົວໜ້າພະແນກປະກັນຄຸນນະພາບການສຶກສາ, ກົມປະກັນຄຸນນະພາບການສຶກສາ, ກະຊວງສຶກສາທິການ ແລະ ກິລາ. ໂດຍມີຜູ້ເຂົ້າຮ່ວມ ຈາກກົມການສຶກສາກ່ອນໄວຮຽນ, ກົມປະກັນຄຸນນະພາບການສຶກສາ, ວິທະຍາໄລຄູດົງຄໍາຊ້າງ, ວິທະຍາໄລຄູສະຫວັນນະເຂດ, ຂະແໜງທີ່ກ່ຽວຂ້ອງ ຈາກພະແນກ ສກຂ ສະຫວັນນະເຂດ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມຫົວໜ້າໜ່ວຍງານທີ່ກ່ຽວຂ້ອງ ຂອງ 8 …

ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງກົດໝາຍວ່າດ້ວຍການສຶກສາ

ໃນວັນທີ 5-6 ສິງຫາ 2024 ຢູ່ຫ້ອງປະຊຸມຂອງເຮືອນພັກແຄມງຶ່ມ ເມືອງແກ້ວອຸດົມ ແຂວງວຽງຈັນ ກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ສົມທົບກັບກະຊວງຍຸຕິທຳ ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ໃຫ້ກຽດເປັນປະທານໂດຍ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ເຂົ້າຮ່ວມກອງປະຊຸມ ມີ ຄະນະຮັບຜິດຊອບສ້າງຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ຈາກກະຊວງສຶກສາທິການ ແລະ ກິລາ ນໍາພາຄະນະ ໂດຍທ່ານ ປັນຍາ ຈັນທະວົງ ວ່າການແທນຫົວໜ້າກົມປະກັນຄຸນນະພາບການສຶກສາ, ຄະນະກົມ, ຄະນະພະແນກ ແລະ ວິຊາການຂອງບັນດາກົມວິຊາການ ແລະ ກົມບໍລິຫານຂອງກະຊວງສຶກສາທິການ ແລະ ກິລາ, …

The Training of Master Trainer for Fundamental Quality Standards in Kindergarten Education

Between July 15-19th 2024,the Department of Education Quality Assurance (DEQA) MoES had organized the training workshop for the master trainers on the Fundamental Quality Standards (FQS) for in kindergarten Education to 5 Teacher Training Colleges (TTCs) such as Khangkhay TTC, …

Meeting on revision of Education Law with the Legal Experts from National Assembly

Last June 29-30th 2024, at the meeting of Ministry of Education and Sports (Anouvong area) the Ministry of Education and Sports (MoES) cooperated with the Cultural and Social Affairs Committee, National Assembly (NA) conducted the academic discussion on amendment of …