ກົມປະກັນຄຸນນະພາບການສຶກສາ ຂຽນເປັນຕົວອັກສອນຫຍໍ້ວ່າ “ປຄສ” ເປັນກົງຈັກບໍລິຫານ ແລະ ວິຊາການ ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກະຊວງສຶກສາທິການ ແລະ ກິລາ ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະມົນຕີ ກ່ຽວກັບ ການຄຸ້ມຄອງ ແລະ ພັດທະນາ ວຽກງານ ການປະກັນຄຸນນະພາບການສຶກສາ, ການວັດ, ການປະເມີນການຮຽນ ແລະ ຂອບວຸດທິການສຶກສາແຫ່ງຊາດ; ລວມທັງ ການຕິດຕາມ ແລະ ປະເມີນຜົນ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ.
- ຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ທິດທາງ ແຜນການ ແລະ ຍຸດທະສາດຂອງກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນແຜນພັດທະນາວຽກງານຂອງຕົນ;
- ຄົ້ນຄວ້າສ້າງ ແລະ ປັບປຸງ ນິຕິກໍາ ເພື່ອຄຸ້ມຄອງບໍລິຫານວຽກງານ ການປະກັນຄຸນນະພາບການສຶກສາ, ການວັດ, ການປະເມີນ ການຮຽນ ແລະ ຂອບວຸດທິການສຶກສາແຫ່ງຊາດ; ລວມທັງ ການຕິດຕາມ ແລະ ປະເມີນຜົນ ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ພ້ອມທັງຈັດຕັ້ງເຜີຍແຜ່ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ;
- ສ້າງຄວາມເຂັ້ມແຂງໃຫ້ ບຸກຄະລາກອນການສຶກສາ, ວິທະຍາສາດ ແລະ ກິລາ ກ່ຽວກັບວຽກງານ ການປະກັນຄຸນນະພາບການສຶກສາ, ການວັດ, ການປະເມີນ ການຮຽນ, ຂອບວຸດທິການສຶກສາແຫ່ງຊາດ, ການຕິດຕາມ ແລະ ປະເມີນຜົນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການປະເມີນຄຸນນະພາບພາຍໃນ ແລະ ພາຍນອກ ຂອງສະຖານການສຶກສາ ແລະ ຫຼັກສູດການສຶກສາ ຕາມມາດຕະຖານທີ່ໄດ້ກໍານົດໄວ້ ເພື່ອປັບປຸງ ແລະ ຮັບຮອງຄຸນນະພາບການສຶກສາ ໃນທຸກຊັ້ນທຸກສາຍ;
- ດໍາເນີນການວັດ ແລະ ປະເມີນ ການຮຽນ ສໍາລັບ ການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ຕາມມາດຕະຖານທີ່ກໍານົດໄວ້ ໃນລະດັບຊາດ, ພາກພື້ນ ແລະ ສາກົນ;
- ສ້າງບົດລາຍງານ, ເຜີຍແຜ່ ແລະ ຊຸກຍູ້ການນໍາໃຊ້ຜົນການວັດ ແລະ ປະເມີນ ການຮຽນ ເຂົ້າໃນການພັດທະນາການສຶກສາ;
- ຄຸ້ມຄອງ ແລະ ສົ່ງເສີມ ການທົດສອບຜູ້ຮຽນ ສໍາລັບ ສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ຕາມຂອບວຸດທິການສຶກສາແຫ່ງຊາດ ແລະ ມາດຕະຖານທີ່ກໍານົດໄວ້ ລວມທັງການຮັບຮູ້ ປະສົບການ ແລະ ການຮຽນ ທີ່ມີມາກ່ອນ;
- ຄຸ້ມຄອງ ວຸດທິການສຶກສາ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ຂະແໜງການອື່ນ;
- ພັດທະນາ ຂໍ້ສອບ ແລະ ຄຸ້ມຄອງຄັງຂໍ້ສອບ ສາຍສາມັນສຶກສາ;
- ປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ໃນການອອກຫົວບົດສອບເສັງຈົບຊັ້ນສາຍສາມັນສຶກສາ;
- ຄົ້ນຄວ້າ, ສັງລວມ ແລະ ລາຍງານຜົນການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາປີ ແລະ ປະຈໍາສົກຮຽນ;
- ດໍາເນີນການທົບທວນ, ຕິດຕາມ ແລະ ປະເມີນຜົນ ຮ່ວມກັບຄູ່ຮ່ວມພັດທະນາໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາປະຈໍາປີ;
- ປະສານງານ ແລະ ຮ່ວມມືທາງວິຊາການ ກັບອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ ພ້ອມທັງພົວພັນຮ່ວມມືກັບເຄືອຂ່າຍ ການປະກັນຄຸນນະພາບການສຶກສາ, ຂອບວຸດທິການສຶກສາ, ການປະເມີນການຮຽນ ແລະ ການຕິດຕາມຄຸນນະພາບ ໃນພາກພື້ນ ແລະ ສາກົນ ຕາມການອະນຸມັດຂອງລັດຖະມົນຕີ;
- ສ້າງ ແລະ ພັດທະນາຖານຂໍ້ມູນກ່ຽວກັບວຽກງານ ການປະກັນຄຸນນະພາບການສຶກສາ, ການວັດ, ການປະເມີນ ການຮຽນ, ຂອບວຸດທິການສຶກສາແຫ່ງຊາດ, ການຕິດຕາມ ແລະ ການປະເມີນຜົນ;
- ພົວພັນ ແລະ ປະສານງານກັບ ຫ້ອງການ, ກົມ, ອົງການທຽບເທົ່າກົມ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ ຕາມການມອບໝາຍຂອງຂັ້ນເທິງ;
- ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຂັ້ນເທິງ ເປັນປົກກະຕິ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະມົນຕີ.
- ສະເໜີແຜນການ ແລະ ແຜນງົບປະມານ ເພື່ອພັດທະນາວຽກງານທີ່ຕົນ ຮັບຜິດຊອບຕໍ່ລັດຖະມົນຕີ;
- ສະເໜີລັດຖະມົນຕີ ພິຈາລະນາ ອະນຸມັດ, ປັບປຸງ, ສ້າງ ຫຼື ຍົກເລີກ ບັນດານິຕິກໍາ ພາຍໃຕ້ການຄຸ້ມຄອງຂອງກົມ ທີ່ບໍ່ສອດຄ່ອງ;
- ສະເໜີ ລັດຖະມົນຕີ ພິຈາລະນາ ອະນຸມັດ, ສ້າງຕັ້ງ ຫຼື ຍົກເລີກ ພະແນກຕ່າງໆ ທີ່ຂຶ້ນກັບການຄຸ້ມຄອງຂອງກົມ;
- ສະເໜີ ລັດຖະມົນຕີ ພິຈາລະນາ ການບັນຈຸ, ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ ແລະ ປົດຕໍາແໜ່ງ ພະນັກງານ-ລັດຖະກອນ ພາຍໃນກົມ ຕາມກົດໝາຍ ແລະ ລະບຽບການ;
- ສະເໜີການຍ້ອງຍໍ, ປະຕິບັດນະໂຍບາຍຕ່າງໆ ຕໍ່ຜູ້ມີຜົນງານ ແລະ ປະຕິບັດວິໄນພະນັກງານ-ລັດຖະກອນ ພາຍໃນກົມ ຕາມກົດໝາຍ ແລະ ລະບຽບການ;
- ຄຸ້ມຄອງ ແລະ ນໍາໃຊ້ ງົບປະມານ, ວັດຖຸ, ຊັບສິນ, ກອງທຶນ ແລະ ທຶນຊ່ວຍເຫຼືອ ປະເພດຕ່າງໆ ຕາມການອະນຸມັດຂອງລັດຖະມົນຕີ;
- ປະຕິບັດໂຄງການຊ່ວຍເຫຼືອລ້າ, ໂຄງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມການອະນຸມັດຂອງລັດຖະມົນຕີ;
- ສະເໜີລັດຖະມົນຕີ ປົກປ້ອງ, ຄຸ້ມຄອງບຸກຄະລາກອນ, ຊັບສິນ, ລິຂະສິດ ທີ່ຂຶ້ນກັບການຄຸ້ມຄອງຂອງກົມ;
- ປະຕິບັດສິດອື່ນ ຕາມການມອບໝາຍຂອງລັດຖະມົນຕີ.
ພາສາລາວ: ຕົ້ນສະບັບ
ພາສາອັງກິດ: ສະບັບແປບໍ່ເປັນທາງການ
