ຄະນະກົມ
ພະແນກບໍລິຫານ ແລະ ຄົ້ນຄວ້າສັງລວມ
ຈັນທະວີ ວິພາວັນ
ຫົວໜ້າພະແນກ
ອິດຕິພົນ ດວງພິມວົງ
ຮອງຫົວໜ້າພະແນກ
...
ຮອງຫົວໜ້າພະແນກ
ພັນມະນີທິບ ກຸສົນສະຫວັດ
ວິຊາການ
ວັດທະນາ ພົມມະລັງສີ
ວິຊາການ
ອາແດງ ມະນີວົງ
ວິຊາການ
...
ວິຊາການ
...
ວິຊາການ
ກົດອ່ານລາຍລະອຽດຂອງໜ້າທີ່ (ພະແນກບໍລິຫານ ແລະ ຄົ້ນຄວ້າສັງລວມ)
- ຄົ້ນຄວ້າ, ສັງລວມ ແລະ ສ້າງແຜນພັດທະນາວຽກງານພາຍໃນກົມ;
- ເປັນເລຂານຸການ, ປະສານງານການນັດໝາຍເຊີນ ແລະ ວຽກງານພິທີການຕ່າງໆຂອງກົມ ແລະ ພົວພັນປະສານງານກັບພາກສ່ວນອື່ນ ທັງໃນ ແລະ ນອກ;
- ຄຸ້ມຄອງ ເອກະສານ, ອັດສໍາເນົາ, ສົ່ງເອກະສານ ແລະ ແຈ້ງຂ່າວພາຍໃນກົມ;
- ຄຸ້ມຄອງ ບັນຊີ, ງົບປະມານການເງິນ, ການນໍາໃຊ້ຊັບສິນ, ພາຫະນະ, ອຸປະກອນ ແລະ ອື່ນໆ ພາຍໃນກົມ;
- ສ້າງແຜນງົບປະມານ, ຄຸ້ມຄອງການນໍາໃຊ້, ຕິດຕາມ ແລະ ສະຫຼຸບລາຍຮັບລາຍຈ່າຍຂອງກົມເປັນແຕ່ລະໄລຍະ;
- ຄຸ້ມຄອງ ເວັບໄຊ, ສື່ອອນລາຍ ແລະ ເຜີຍແຜ່ ຂໍ້ມູນຂ່າວສານ ຂອງກົມ;
- ຄົ້ນຄວ້າ ການສ້າງຕັ້ງ ຫຼື ຍຸບເລີກ ຫົວໜ່ວຍການຈັດຕັ້ງ ຂອງກົມ;
- ຄົ້ນຄວ້າ ແລະ ສະເໜີ ຄູ່ມື ວິທີການເຮັດວຽກ ແລະ ຕໍາແໜ່ງງານຂອງກົມ;
- ຄົ້ນຄວ້າ ແລະ ຈັດຕັ້ງການປະເມີນຜົນງານ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງພະນັກງານ-ລັດຖະກອນ ພາຍໃນກົມ ຕາມລະບຽບການ;
- ຄົ້ນຄວ້າ ການປະຕິບັດນະໂຍບາຍ, ແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍ, ບໍາເນັດ, ບໍານານ, ການຍ້ອງຍໍ, ການປະຕິບັດວິໄນ ແລະ ປົດຕໍາແໜ່ງ ພະນັກງານ-ລັດຖະກອນ ຕາມກົດໝາຍ ແລະ ລະບຽບການ;
- ພົວພັນ, ຮ່ວມມື ແລະ ປະສານງານດ້ານວິຊາການກັບພາກສ່ວນອື່ນ ທັງໃນ ແລະ ນອກ;
- ສະຫຼຸບ ແລະ ລາຍງານ ແຜນການເຄື່ອນໄຫວ ປະຈໍາອາທິດ, ປະຈໍາເດືອນ, ປະຈໍາໄຕມາດ, ປະຈໍາ 6 ເດືອນຕົ້ນປີ, 6 ເດືອນທ້າຍປີ, ປະຈໍາປີ, ປະຈໍາ 3 ປີ ແລະ 5 ປີ ຂອງກົມ;
- ປະສານສົມທົບກັບບັນດາພະແນກ ພາຍໃນກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ;
- ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
ພະແນກປະກັນຄຸນນະພາບການສຶກສາ ຂັ້ນພື້ນຖານ
ສີສັກດາ ບູລົມ
ຫົວໜ້າພະແນກ
ວຽງສະຫວັນ ແກ້ວຕາ
ຮອງຫົວໜ້າພະແນກ
ດົນບັນດານ ຈອມສີຫາ
ວິຊາການ
ສົມໃຈ ຫຼວງປັນຍາ
ວິຊາການ
...
ວິຊາການ
...
ວິຊາການ
ກົດອ່ານລາຍລະອຽດຂອງໜ້າທີ່ (ພະແນກປະກັນຄຸນນະພາບການສຶກສາ ຂັ້ນພື້ນຖານ)
- ສ້າງແຜນກິດຈະກໍາໃນການເຄື່ອນໄຫວວຽກງານປະກັນຄຸນນະພາບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ໃນແຕ່ລະໄລຍະ;
- ສ້າງ ແລະ ປັບປຸງ ມາດຕະຖານ, ຕົວຊີ້ວັດ, ເກນການປະເມີນ, ຄູ່ມື ແລະ ນິຕິກຳຕ່າງໆ ກ່ຽວກັບການປະກັນຄຸນນະພາບການສຶກສາ ກ່ອນໄວຮຽນ ແລະ ສາມັນສຶກສາ;
- ສ້າງຄວາມເຂັ້ມແຂງໃຫ້ ພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ເພື່ອສາມາດຈັດຕັ້ງວຽກງານປະກັນຄຸນນະພາບ ໃນຂັ້ນຄຸ້ມຄອງຂອງຕົນ;
- ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ປະເມີນພາຍນອກ ສໍາລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;
- ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ວຽກງານປະກັນຄຸນນະພາບການສຶກສາຂອງສະຖານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ ເພື່ອໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ;
- ຄົ້ນຄວ້າ ຜົນການປະເມີນພາຍນອກຂອງສະຖານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ຕາມການລາຍງານຂອງທ້ອງຖິ່ນ ເພື່ອນໍາສະເໜີ ຮັບຮອງ ແລະ ອອກໃບຢັ້ງຢືນຄຸນນະພາບການສຶກສາ;
- ຄຸ້ມຄອງ ຖານຂໍ້ມູນວຽກງານປະກັນຄຸນນະພາບການສຶກສາຂອງສະຖານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;
- ສັງລວມ ການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບການສຶກສາ ຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ໃນແຕ່ລະໄລຍະ;
- ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ແລະ ການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບການສຶກສາ ຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ໃຫ້ຄະນະກົມ ແລະ ຂັ້ນເທິງຮັບຊາບ ໃນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
ພະແນກປະກັນຄຸນນະພາບ ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
ສຸບາກິ ວົງເສດຖາ
ວິຊາການ
ບົງດວງຈັນ ປໍ້ມົວ
ວິຊາການ
ກະຕ່າຍ ພັນທະວົງ
ວິຊາການ
...
ວິຊາການ
...
ວິຊາການ
ກົດອ່ານລາຍລະອຽດຂອງໜ້າທີ່ (ພະແນກປະກັນຄຸນນະພາບ ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ)
- ສ້າງແຜນກິດຈະກໍາ ໃນການເຄື່ອນໄຫວວຽກງານ ການປະກັນຄຸນນະພາບຂອງ ສາຍອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ການຄຸ້ມຄອງວຸດທິການສຶກສາ;
- ພັດທະນາ ແລະ ປັບປຸງ ນິຕິກໍາ ທີ່ກ່ຽວຂ້ອງກັບ ການປະກັນຄຸນນະພາບການສຶກສາ ສາຍອາຊີວະສຶກສາ, ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ໃນລະດັບສະຖານການສຶກສາ ແລະ ລະດັບຫຼັກສູດ ແລະ ການຄຸ້ມຄອງວຸດທິການສຶກສາ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
- ສ້າງຄວາມເຂັ້ມແຂງໃຫ້ ສະຖານການສຶກສາ ສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ເພື່ອສາມາດຈັດຕັ້ງວຽກງານປະກັນຄຸນນະພາບການສຶກສາ ຂອງຕົນ ທັງໃນລະດັບສະຖານການສຶກສາ ແລະ ລະດັບຫຼັກສູດການສຶກສາ;
- ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ປະເມີນພາຍນອກ ສໍາລັບ ສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ;
- ປະສານສົມທົບກັບບັນດາກະຊວງ, ສະຖານການສຶກສາ ແລະ ພາກສ່ວນຕ່າງໆ ໃນການປັບປຸງຜົນການຮຽນຂອງ ແຕ່ລະຫຼັກສູດ ແລະ ລາຍວິຊາ ໃຫ້ສອດຄ່ອງກັບ ມາດຕະຖານ ແລະ ຄຸນລັກສະນະສະເພາະຂອງວຸດທິ ແລະ ຂອບວຸດທິການສຶກສາແຫ່ງຊາດ;
- ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ໃຫ້ສະຖານການສຶກສາສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ໃນການຈັດຕັ້ງປະຕິບັດ ວຽກງານປະກັນຄຸນນະພາບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
- ຄົ້ນຄວ້າ ແລະ ນໍາສະເໜີ ຜົນການປະເມີນ ເພື່ອຮັບຮອງ ແລະ ອອກໃບຢັ້ງຢືນຄຸນນະພາບການສຶກສາໃນລະດັບອາຊີວະສຶກສາ ແລະ ການສຶກສາຊັ້ນສູງ;
- ສັງລວມການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບ ຢູ່ບັນດາສະຖານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃນແຕ່ລະໄລຍະ;
- ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍແຜນງານ ຂອງຄະນະກໍາມະການຂອບວຸດທິການສຶກສາແຫ່ງຊາດ ເພື່ອເຊື່ອມໂຍງຂອບວຸດທິອາຊຽນ;
- ພົວພັນ ແລະ ຮ່ວມມື ໃນການເຊື່ອມໂຍງ ລະບົບປະກັນຄຸນນະພາບການສຶກສາ ແລະ ຂອບວຸດທິການສຶກສາ ແຫ່ງຊາດ ກັບພາກພື້ນ ແລະ ສາກົນ;
- ຄຸ້ມຄອງ ແລະ ສົ່ງເສີມ ການທົດສອບຜູ້ຮຽນ ຕາມຂອບວຸດທິການສຶກສາແຫ່ງຊາດ ແລະ ມາດຕະຖານທີ່ໄດ້ກຳນົດໄວ້ ລວມທັງການຮັບຮູ້ ປະສົບການ ແລະ ການຮຽນ ທີ່ມີມາກ່ອນ;
- ຄຸ້ມຄອງ ລະບົບຖານຂໍ້ມູນການຂຶ້ນທະບຽນວຸດທິບັດ, ຂໍ້ມູນທີ່ກ່ຽວຂ້ອງກັບຜູ້ສໍາເລັດການສຶກສາ ຫຼື ການຝຶກອົບຮົມທີ່ໄດ້ຮັບວຸດທິບັດແລ້ວໃນຊັ້ນມັດທະຍົມສຶກສາ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງຢ່າງລວມສູນ;
- ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
ພະແນກວັດ ແລະ ປະເມີນ ການຮຽນ
...
ຫົວໜ້າພະແນກ
...
ຮອງຫົວໜ້າພະແນກ
...
ວິຊາການ
...
ວິຊາການ
...
ວິຊາການ
...
ວິຊາການ
ກົດອ່ານລາຍລະອຽດຂອງໜ້າທີ່ (ພະແນກວັດ ແລະ ປະເມີນ ການຮຽນ)
- ສ້າງແຜນກິດຈະກໍາ ໃນການເຄື່ອນໄຫວວຽກງານ ການວັດ ແລະ ປະເມີນ ການຮຽນ ໃນຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;
- ພັດທະນາຂໍ້ສອບ ໃຫ້ສອດຄ່ອງກັບຫຼັກສູດ ແລະ ຕົວຊີ້ວັດ;
- ຄຸ້ມຄອງ ຄັງຂໍ້ສອບ ໃນຮູບແບບເອກະສານ ແລະ ຮູບແບບດີຈີຕອນ;
- ປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ໃນການອອກຫົວບົດສອບເສັງຈົບຊັ້ນສາຍສາມັນສຶກສາ;
- ສ້າງຄວາມເຂັ້ມແຂງໃນການ ສ້າງຂໍ້ສອບ, ວັດ ແລະ ປະເມີນການຮຽນ ໃຫ້ຜູ້ຮັບຜິດຊອບ ຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ;
- ຄຸ້ມຄອງ ກົນໄກການວັດ ແລະ ປະເມີນ ການຮຽນ, ລວມທັງ ການວິເຄາະຂໍ້ມູນ, ການສ້າງບົດລາຍງານ ແລະ ການກຳນົດຕົວຊີ້ວັດລະດັບຊາດຂອງຜົນການຮຽນ;
- ດຳເນີນການວັດ ແລະ ປະເມີນ ການຮຽນ ສຳລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ໃນລະດັບຊາດ, ພາກພື້ນ ແລະ ສາກົນ ເປັນຕົ້ນ ASLO, EGRA, SEA-PLM, PISA;
- ສ້າງບົດລາຍງານ, ເຜີຍແຜ່ ແລະ ຊຸກຍູ້ ການນໍາໃຊ້ຜົນການວັດ ແລະ ປະເມີນ ການຮຽນ ເພື່ອພັດທະນາ ແລະ ປັບປຸງຄຸນນະພາບການສຶກສາ;
- ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
ພະແນກຕິດຕາມ ແລະ ປະເມີນຜົນ ຂະແໜງການ
...
ຫົວໜ້າພະແນກ
...
ຮອງຫົວໜ້າພະແນກ
...
ວິຊາການ
...
ວິຊາການ
...
ວິຊາການ
...
ວິຊາການ
...
ວິຊາການ
ກົດອ່ານລາຍລະອຽດຂອງໜ້າທີ່ (ພະແນກຕິດຕາມ ແລະ ປະເມີນຜົນ ຂະແໜງການ)
- ຄົ້ນຄວ້າ, ສັງລວມ ແລະ ລາຍງານຜົນການເຄື່ອນໄຫວວຽກງານຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ;
- ສ້າງແຜນ ແລະ ເຄື່ອນໄຫວວຽກງານຕິດຕາມ ແລະ ປະເມີນຜົນຂອງກົມ ປະຈໍາເດືອນ, ປະຈໍາໄຕມາດ ແລະ ປະຈໍາປີ;
- ສ້າງແຜນພັດທະນາ ວຽກງານຕິດຕາມ ແລະ ປະເມີນຜົນ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາໄຕມາດ, ປະຈໍາປີ, ໄລຍະສັ້ນ ແລະ ໄລຍະຍາວ;
- ຕິດຕາມຄວາມຄຶບໜ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາປີ ແລະ ປະຈໍາສົກຮຽນ;
- ດໍາເນີນການທົບທວນ, ຕິດຕາມ ແລະ ປະເມີນຜົນ ຮ່ວມກັບຄູ່ຮ່ວມພັດທະນາໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາປະຈໍາປີ;
- ສ້າງ, ປັບປຸງ ແລະ ຄຸ້ມຄອງລະບົບຂໍ້ມູນຕິດຕາມ ແລະ ປະເມີນຜົນ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ;
- ສ້າງ, ປັບປຸງ ເຄື່ອງມື, ຄູ່ມື, ເອກະສານທາງການຮັບໃຊ້ວຽກງານຕິດຕາມ ແລະ ປະເມີນຜົນ ແລະ ການທົບທວນຮ່ວມກັບຄູ່ຮ່ວມພັດທະນາ;
- ສ້າງຄວາມເຂັ້ມແຂງໃຫ້ແກ່ທີມງານວຽກງານຕິດຕາມ ແລະ ປະເມີນຜົນ ຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນສະຖານການສຶກສາ ກ່ຽວກັບວຽກງານຕິດຕາມ ແລະ ປະເມີນຜົນ;
- ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງສຶກສາທິການ ແລະ ກິລາ ປະຈຳໄຕມາດ, ປະຈໍາ 6 ເດືອນ, ປະຈໍາ ປີ, ປະຈໍາ 3 ປີ ແລະ ປະຈໍາ 5 ປີ ຕາມແຕ່ລະຂະແໜງການຍ່ອຍຕ່າງໆ: ການສຶກສາກ່ອນໄວຮຽນ, ປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ, ມັດທະຍົມສຶກສາຕອນປາຍ, ການສຶກສານອກໂຮງຮຽນ, ການສຶກສາຄູ, ອາຊີວະສຶກສາ-ຝຶກອົບຮົມວິຊາຊີບ, ການສຶກສາຊັ້ນສູງ, ກິລາ-ກາຍຍະກໍາ, ວິທະຍາສາດ ແລະ ການບໍລິຫານ-ຄຸ້ມຄອງການສຶກສາ;
- ເປັນກອງເລຂາໜ່ວຍວິຊາການຍ່ອຍທີ 5 (Focal Group 5): ການບໍລິຫານ-ຄຸ້ມຄອງການສຶກສາ, ວິທະຍາສາດ ແລະ ກິລາ;
- ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຕິດຕາມ ແລະ ປະເມີນຜົນ ຂອງກົມ ແລະ ຂອງຂະແໜງ ການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາ 6 ເດືອນ, ປະຈໍາປີ;
- ສະຫຼຸບລາຍງານຜົນການທົບທວນ, ຕິດຕາມ ແລະ ປະເມີນຜົນ ຮ່ວມກັບຄູ່ຮ່ວມພັດທະນາ ໃຫ້ຂັ້ນເທິງ ແລະ ຄູ່ຮ່ວມພັດທະນາຮັບຊາບ ໃນແຕ່ລະໄລຍະ;
- ປະສານສົມທົບກັບບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງ ລວມທັງຄູ່ຮ່ວມພັດທະນາຕ່າງໆ, ພະແນກພາຍໃນກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ;
- ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
ຮຽນຕໍ່ຕ່າງປະເທດ
ຄີນນິທັກ ແສງບັນດິດ
ວິຊາການ (ຈີນ)
ລັດສະໝີ ກອງຈັນສະຫວັດ
ວິຊາການ (ເກົາຫຼີໃຕ້)
ຕູ້ລີ ລີເຢ້ເບ່ຍປໍ
ວິຊາການ (ເກົາຫຼີໃຕ້)
