Back

ກົມປະກັນຄຸນນະພາບການສຶກສາ ຂຽນເປັນຕົວອັກສອນຫຍໍ້ວ່າ “ປຄສ” ເປັນກົງຈັກບໍລິຫານ ແລະ ວິຊາການ ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກະຊວງສຶກສາທິການ ແລະ ກິລາ ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະມົນຕີ ກ່ຽວກັບ ການຄຸ້ມຄອງ ແລະ ພັດທະນາ ວຽກງານ ການປະກັນຄຸນນະພາບການສຶກສາ, ການວັດ, ການປະເມີນການຮຽນ ແລະ ຂອບວຸດທິການສຶກສາແຫ່ງຊາດ; ລວມທັງ ການຕິດຕາມ ແລະ ປະເມີນຜົນ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ.

  1. ຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ທິດທາງ ແຜນການ ແລະ ຍຸດທະສາດຂອງກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນແຜນພັດທະນາວຽກງານຂອງຕົນ;
  2. ຄົ້ນຄວ້າສ້າງ ແລະ ປັບປຸງ ນິຕິກໍາ ເພື່ອຄຸ້ມຄອງບໍລິຫານວຽກງານ ການປະກັນຄຸນນະພາບການສຶກສາ, ການວັດ, ການປະເມີນ ການຮຽນ ແລະ ຂອບວຸດທິການສຶກສາແຫ່ງຊາດ; ລວມທັງ ການຕິດຕາມ ແລະ ປະເມີນຜົນ ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ພ້ອມທັງຈັດຕັ້ງເຜີຍແຜ່ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ;
  3. ສ້າງຄວາມເຂັ້ມແຂງໃຫ້ ບຸກຄະລາກອນການສຶກສາ, ວິທະຍາສາດ ແລະ ກິລາ ກ່ຽວກັບວຽກງານ ການປະກັນຄຸນນະພາບການສຶກສາ, ການວັດ, ການປະເມີນ ການຮຽນ, ຂອບວຸດທິການສຶກສາແຫ່ງຊາດ, ການຕິດຕາມ ແລະ ປະເມີນຜົນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  4. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການປະເມີນຄຸນນະພາບພາຍໃນ ແລະ ພາຍນອກ ຂອງສະຖານການສຶກສາ ແລະ ຫຼັກສູດການສຶກສາ ຕາມມາດຕະຖານທີ່ໄດ້ກໍານົດໄວ້ ເພື່ອປັບປຸງ ແລະ ຮັບຮອງຄຸນນະພາບການສຶກສາ ໃນທຸກຊັ້ນທຸກສາຍ;
  5. ດໍາເນີນການວັດ ແລະ ປະເມີນ ການຮຽນ ສໍາລັບ ການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ຕາມມາດຕະຖານທີ່ກໍານົດໄວ້ ໃນລະດັບຊາດ, ພາກພື້ນ ແລະ ສາກົນ;
  6. ສ້າງບົດລາຍງານ, ເຜີຍແຜ່ ແລະ ຊຸກຍູ້ການນໍາໃຊ້ຜົນການວັດ ແລະ ປະເມີນ ການຮຽນ ເຂົ້າໃນການພັດທະນາການສຶກສາ;
  7. ຄຸ້ມຄອງ ແລະ ສົ່ງເສີມ ການທົດສອບຜູ້ຮຽນ ສໍາລັບ ສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ຕາມຂອບວຸດທິການສຶກສາແຫ່ງຊາດ ແລະ ມາດຕະຖານທີ່ກໍານົດໄວ້ ລວມທັງການຮັບຮູ້ ປະສົບການ ແລະ ການຮຽນ ທີ່ມີມາກ່ອນ;
  8. ຄຸ້ມຄອງ ວຸດທິການສຶກສາ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ຂະແໜງການອື່ນ;
  9. ພັດທະນາ ຂໍ້ສອບ ແລະ ຄຸ້ມຄອງຄັງຂໍ້ສອບ ສາຍສາມັນສຶກສາ;
  10. ປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ໃນການອອກຫົວບົດສອບເສັງຈົບຊັ້ນສາຍສາມັນສຶກສາ;
  11. ຄົ້ນຄວ້າ, ສັງລວມ ແລະ ລາຍງານຜົນການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາປີ ແລະ ປະຈໍາສົກຮຽນ;
  12. ດໍາເນີນການທົບທວນ, ຕິດຕາມ ແລະ ປະເມີນຜົນ ຮ່ວມກັບຄູ່ຮ່ວມພັດທະນາໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາປະຈໍາປີ;
  13. ປະສານງານ ແລະ ຮ່ວມມືທາງວິຊາການ ກັບອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ ພ້ອມທັງພົວພັນຮ່ວມມືກັບເຄືອຂ່າຍ ການປະກັນຄຸນນະພາບການສຶກສາ, ຂອບວຸດທິການສຶກສາ, ການປະເມີນການຮຽນ ແລະ ການຕິດຕາມຄຸນນະພາບ ໃນພາກພື້ນ ແລະ ສາກົນ ຕາມການອະນຸມັດຂອງລັດຖະມົນຕີ;
  14. ສ້າງ ແລະ ພັດທະນາຖານຂໍ້ມູນກ່ຽວກັບວຽກງານ ການປະກັນຄຸນນະພາບການສຶກສາ, ການວັດ, ການປະເມີນ ການຮຽນ, ຂອບວຸດທິການສຶກສາແຫ່ງຊາດ, ການຕິດຕາມ ແລະ ການປະເມີນຜົນ;
  15. ພົວພັນ ແລະ ປະສານງານກັບ ຫ້ອງການ, ກົມ, ອົງການທຽບເທົ່າກົມ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ ຕາມການມອບໝາຍຂອງຂັ້ນເທິງ;
  16. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຂັ້ນເທິງ ເປັນປົກກະຕິ;
  17. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະມົນຕີ. 
  1. ສະເໜີແຜນການ ແລະ ແຜນງົບປະມານ ເພື່ອພັດທະນາວຽກງານທີ່ຕົນ ຮັບຜິດຊອບຕໍ່ລັດຖະມົນຕີ;
  2. ສະເໜີລັດຖະມົນຕີ ພິຈາລະນາ ອະນຸມັດ, ປັບປຸງ, ສ້າງ ຫຼື ຍົກເລີກ ບັນດານິຕິກໍາ ພາຍໃຕ້ການຄຸ້ມຄອງຂອງກົມ ທີ່ບໍ່ສອດຄ່ອງ;
  3. ສະເໜີ ລັດຖະມົນຕີ ພິຈາລະນາ ອະນຸມັດ, ສ້າງຕັ້ງ ຫຼື ຍົກເລີກ ພະແນກຕ່າງໆ ທີ່ຂຶ້ນກັບການຄຸ້ມຄອງຂອງກົມ;
  4. ສະເໜີ ລັດຖະມົນຕີ ພິຈາລະນາ ການບັນຈຸ, ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ ແລະ ປົດຕໍາແໜ່ງ ພະນັກງານ-ລັດຖະກອນ ພາຍໃນກົມ ຕາມກົດໝາຍ ແລະ ລະບຽບການ;
  5. ສະເໜີການຍ້ອງຍໍ, ປະຕິບັດນະໂຍບາຍຕ່າງໆ ຕໍ່ຜູ້ມີຜົນງານ ແລະ ປະຕິບັດວິໄນພະນັກງານ-ລັດຖະກອນ ພາຍໃນກົມ ຕາມກົດໝາຍ ແລະ ລະບຽບການ;
  6. ຄຸ້ມຄອງ ແລະ ນໍາໃຊ້ ງົບປະມານ, ວັດຖຸ, ຊັບສິນ, ກອງທຶນ ແລະ ທຶນຊ່ວຍເຫຼືອ ປະເພດຕ່າງໆ ຕາມການອະນຸມັດຂອງລັດຖະມົນຕີ;
  7. ປະຕິບັດໂຄງການຊ່ວຍເຫຼືອລ້າ, ໂຄງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມການອະນຸມັດຂອງລັດຖະມົນຕີ;
  8. ສະເໜີລັດຖະມົນຕີ ປົກປ້ອງ, ຄຸ້ມຄອງບຸກຄະລາກອນ, ຊັບສິນ, ລິຂະສິດ ທີ່ຂຶ້ນກັບການຄຸ້ມຄອງຂອງກົມ;
  9. ປະຕິບັດສິດອື່ນ ຕາມການມອບໝາຍຂອງລັດຖະມົນຕີ.

ພາສາລາວ: ຕົ້ນສະບັບ

ພາສາອັງກິດ: ສະບັບແປບໍ່ເປັນທາງການ