Back

ຄະນະກົມ

ປັນຍາ ຈັນທະວົງ
ຫົວໜ້າກົມ
ພົນມະນີ ສິລິພົງ
ຮອງຫົວໜ້າກົມ
...
ຮອງຫົວໜ້າກົມ
...
ຮອງຫົວໜ້າກົມ

ພະແນກບໍລິຫານ ແລະ ຄົ້ນຄວ້າສັງລວມ

ຈັນທະວີ ວິພາວັນ
ຫົວໜ້າພະແນກ
ອິດຕິພົນ ດວງພິມວົງ
ຮອງຫົວໜ້າພະແນກ
...
ຮອງຫົວໜ້າພະແນກ
ພັນມະນີທິບ ກຸສົນສະຫວັດ
ວິຊາການ
ວັດທະນາ ພົມມະລັງສີ
ວິຊາການ
ອາແດງ ມະນີວົງ
ວິຊາການ
...
ວິຊາການ
...
ວິຊາການ
  1. ຄົ້ນຄວ້າ, ສັງລວມ ແລະ ສ້າງແຜນພັດທະນາວຽກງານພາຍໃນກົມ;
  2. ເປັນເລຂານຸການ, ປະສານງານການນັດໝາຍເຊີນ ແລະ ວຽກງານພິທີການຕ່າງໆຂອງກົມ ແລະ ພົວພັນປະສານງານກັບພາກສ່ວນອື່ນ ທັງໃນ ແລະ ນອກ;
  3. ຄຸ້ມຄອງ ເອກະສານ, ອັດສໍາເນົາ, ສົ່ງເອກະສານ ແລະ ແຈ້ງຂ່າວພາຍໃນກົມ;
  4. ຄຸ້ມຄອງ ບັນຊີ, ງົບປະມານການເງິນ, ການນໍາໃຊ້ຊັບສິນ, ພາຫະນະ, ອຸປະກອນ ແລະ ອື່ນໆ ພາຍໃນກົມ;
  5. ສ້າງແຜນງົບປະມານ, ຄຸ້ມຄອງການນໍາໃຊ້, ຕິດຕາມ ແລະ ສະຫຼຸບລາຍຮັບລາຍຈ່າຍຂອງກົມເປັນແຕ່ລະໄລຍະ;
  6. ຄຸ້ມຄອງ ເວັບໄຊ, ສື່ອອນລາຍ ແລະ ເຜີຍແຜ່ ຂໍ້ມູນຂ່າວສານ ຂອງກົມ;
  7. ຄົ້ນຄວ້າ ການສ້າງຕັ້ງ ຫຼື ຍຸບເລີກ ຫົວໜ່ວຍການຈັດຕັ້ງ ຂອງກົມ;
  8. ຄົ້ນຄວ້າ ແລະ ສະເໜີ ຄູ່ມື ວິທີການເຮັດວຽກ ແລະ ຕໍາແໜ່ງງານຂອງກົມ;
  9. ຄົ້ນຄວ້າ ແລະ ຈັດຕັ້ງການປະເມີນຜົນງານ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງພະນັກງານ-ລັດຖະກອນ ພາຍໃນກົມ ຕາມລະບຽບການ;
  10. ຄົ້ນຄວ້າ ການປະຕິບັດນະໂຍບາຍ, ແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍ, ບໍາເນັດ, ບໍານານ, ການຍ້ອງຍໍ, ການປະຕິບັດວິໄນ ແລະ ປົດຕໍາແໜ່ງ ພະນັກງານ-ລັດຖະກອນ ຕາມກົດໝາຍ ແລະ ລະບຽບການ;
  11. ພົວພັນ, ຮ່ວມມື ແລະ ປະສານງານດ້ານວິຊາການກັບພາກສ່ວນອື່ນ ທັງໃນ ແລະ ນອກ;
  12. ສະຫຼຸບ ແລະ ລາຍງານ ແຜນການເຄື່ອນໄຫວ ປະຈໍາອາທິດ, ປະຈໍາເດືອນ, ປະຈໍາໄຕມາດ, ປະຈໍາ 6 ເດືອນຕົ້ນປີ, 6 ເດືອນທ້າຍປີ, ປະຈໍາປີ, ປະຈໍາ 3 ປີ ແລະ 5 ປີ ຂອງກົມ;
  13. ປະສານສົມທົບກັບບັນດາພະແນກ ພາຍໃນກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ;
  14. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
  15. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.

ພະແນກປະກັນຄຸນນະພາບການສຶກສາ ຂັ້ນພື້ນຖານ

ສີສັກດາ ບູລົມ
ຫົວໜ້າພະແນກ
ວຽງສະຫວັນ ແກ້ວຕາ
ຮອງຫົວໜ້າພະແນກ
ດົນບັນດານ ຈອມສີຫາ
ວິຊາການ
ສົມໃຈ ຫຼວງປັນຍາ
ວິຊາການ
...
ວິຊາການ
...
ວິຊາການ
  1. ສ້າງແຜນກິດຈະກໍາໃນການເຄື່ອນໄຫວວຽກງານປະກັນຄຸນນະພາບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ໃນແຕ່ລະໄລຍະ;
  2. ສ້າງ ແລະ ປັບປຸງ ມາດຕະຖານ, ຕົວຊີ້ວັດ, ເກນການປະເມີນ, ຄູ່ມື ແລະ ນິຕິກຳຕ່າງໆ ກ່ຽວກັບການປະກັນຄຸນນະພາບການສຶກສາ ກ່ອນໄວຮຽນ ແລະ ສາມັນສຶກສາ;
  3. ສ້າງຄວາມເຂັ້ມແຂງໃຫ້ ພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ເພື່ອສາມາດຈັດຕັ້ງວຽກງານປະກັນຄຸນນະພາບ ໃນຂັ້ນຄຸ້ມຄອງຂອງຕົນ;
  4. ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ປະເມີນພາຍນອກ ສໍາລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;
  5. ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ວຽກງານປະກັນຄຸນນະພາບການສຶກສາຂອງສະຖານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ ເພື່ອໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ;
  6. ຄົ້ນຄວ້າ ຜົນການປະເມີນພາຍນອກຂອງສະຖານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ຕາມການລາຍງານຂອງທ້ອງຖິ່ນ ເພື່ອນໍາສະເໜີ ຮັບຮອງ ແລະ ອອກໃບຢັ້ງຢືນຄຸນນະພາບການສຶກສາ;
  7. ຄຸ້ມຄອງ ຖານຂໍ້ມູນວຽກງານປະກັນຄຸນນະພາບການສຶກສາຂອງສະຖານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;
  8. ສັງລວມ ການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບການສຶກສາ ຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ໃນແຕ່ລະໄລຍະ;
  9. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ແລະ ການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບການສຶກສາ ຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ໃຫ້ຄະນະກົມ ແລະ ຂັ້ນເທິງຮັບຊາບ ໃນແຕ່ລະໄລຍະ;
  10. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.

ພະແນກປະກັນຄຸນນະພາບ ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ

ສຸພັນໄຊ ສິງທໍາມະວົງ
ຫົວໜ້າພະແນກ
ໂມນີກ້າ ທິບພະລັງສີ
ຮອງຫົວໜ້າພະແນກ
ປອ. ສົມໃຈ ສົງສະໄໝວົງ
ຮອງຫົວໜ້າພະແນກ
ສຸບາກິ ວົງເສດຖາ
ວິຊາການ
ບົງດວງຈັນ ປໍ້ມົວ
ວິຊາການ
ກະຕ່າຍ ພັນທະວົງ
ວິຊາການ
...
ວິຊາການ
...
ວິຊາການ
  1. ສ້າງແຜນກິດຈະກໍາ ໃນການເຄື່ອນໄຫວວຽກງານ ການປະກັນຄຸນນະພາບຂອງ ສາຍອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ການຄຸ້ມຄອງວຸດທິການສຶກສາ;
  2. ພັດທະນາ ແລະ ປັບປຸງ ນິຕິກໍາ ທີ່ກ່ຽວຂ້ອງກັບ ການປະກັນຄຸນນະພາບການສຶກສາ ສາຍອາຊີວະສຶກສາ, ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ໃນລະດັບສະຖານການສຶກສາ ແລະ ລະດັບຫຼັກສູດ ແລະ ການຄຸ້ມຄອງວຸດທິການສຶກສາ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  3. ສ້າງຄວາມເຂັ້ມແຂງໃຫ້ ສະຖານການສຶກສາ ສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ເພື່ອສາມາດຈັດຕັ້ງວຽກງານປະກັນຄຸນນະພາບການສຶກສາ ຂອງຕົນ ທັງໃນລະດັບສະຖານການສຶກສາ ແລະ ລະດັບຫຼັກສູດການສຶກສາ;
  4. ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ປະເມີນພາຍນອກ ສໍາລັບ ສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ;
  5. ປະສານສົມທົບກັບບັນດາກະຊວງ, ສະຖານການສຶກສາ ແລະ ພາກສ່ວນຕ່າງໆ ໃນການປັບປຸງຜົນການຮຽນຂອງ ແຕ່ລະຫຼັກສູດ ແລະ ລາຍວິຊາ ໃຫ້ສອດຄ່ອງກັບ ມາດຕະຖານ ແລະ ຄຸນລັກສະນະສະເພາະຂອງວຸດທິ ແລະ ຂອບວຸດທິການສຶກສາແຫ່ງຊາດ;
  6. ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ໃຫ້ສະຖານການສຶກສາສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ໃນການຈັດຕັ້ງປະຕິບັດ ວຽກງານປະກັນຄຸນນະພາບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
  7. ຄົ້ນຄວ້າ ແລະ ນໍາສະເໜີ ຜົນການປະເມີນ ເພື່ອຮັບຮອງ ແລະ ອອກໃບຢັ້ງຢືນຄຸນນະພາບການສຶກສາໃນລະດັບອາຊີວະສຶກສາ ແລະ ການສຶກສາຊັ້ນສູງ;
  8. ສັງລວມການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບ ຢູ່ບັນດາສະຖານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃນແຕ່ລະໄລຍະ;
  9. ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍແຜນງານ ຂອງຄະນະກໍາມະການຂອບວຸດທິການສຶກສາແຫ່ງຊາດ ເພື່ອເຊື່ອມໂຍງຂອບວຸດທິອາຊຽນ;
  10. ພົວພັນ ແລະ ຮ່ວມມື ໃນການເຊື່ອມໂຍງ ລະບົບປະກັນຄຸນນະພາບການສຶກສາ ແລະ ຂອບວຸດທິການສຶກສາ ແຫ່ງຊາດ ກັບພາກພື້ນ ແລະ ສາກົນ;
  11. ຄຸ້ມຄອງ ແລະ ສົ່ງເສີມ ການທົດສອບຜູ້ຮຽນ ຕາມຂອບວຸດທິການສຶກສາແຫ່ງຊາດ ແລະ ມາດຕະຖານທີ່ໄດ້ກຳນົດໄວ້ ລວມທັງການຮັບຮູ້ ປະສົບການ ແລະ ການຮຽນ ທີ່ມີມາກ່ອນ;
  12. ຄຸ້ມຄອງ ລະບົບຖານຂໍ້ມູນການຂຶ້ນທະບຽນວຸດທິບັດ, ຂໍ້ມູນທີ່ກ່ຽວຂ້ອງກັບຜູ້ສໍາເລັດການສຶກສາ ຫຼື ການຝຶກອົບຮົມທີ່ໄດ້ຮັບວຸດທິບັດແລ້ວໃນຊັ້ນມັດທະຍົມສຶກສາ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງຢ່າງລວມສູນ;
  13. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
  14. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.

ພະແນກວັດ ແລະ ປະເມີນ ການຮຽນ

...
ຫົວໜ້າພະແນກ
...
ຮອງຫົວໜ້າພະແນກ
...
ວິຊາການ
...
ວິຊາການ
...
ວິຊາການ
...
ວິຊາການ
  1. ສ້າງແຜນກິດຈະກໍາ ໃນການເຄື່ອນໄຫວວຽກງານ ການວັດ ແລະ ປະເມີນ ການຮຽນ ໃນຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ;
  2. ພັດທະນາຂໍ້ສອບ ໃຫ້ສອດຄ່ອງກັບຫຼັກສູດ ແລະ ຕົວຊີ້ວັດ;
  3. ຄຸ້ມຄອງ ຄັງຂໍ້ສອບ ໃນຮູບແບບເອກະສານ ແລະ ຮູບແບບດີຈີຕອນ;
  4. ປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ໃນການອອກຫົວບົດສອບເສັງຈົບຊັ້ນສາຍສາມັນສຶກສາ;
  5. ສ້າງຄວາມເຂັ້ມແຂງໃນການ ສ້າງຂໍ້ສອບ, ວັດ ແລະ ປະເມີນການຮຽນ ໃຫ້ຜູ້ຮັບຜິດຊອບ ຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ;
  6. ຄຸ້ມຄອງ ກົນໄກການວັດ ແລະ ປະເມີນ ການຮຽນ, ລວມທັງ ການວິເຄາະຂໍ້ມູນ, ການສ້າງບົດລາຍງານ ແລະ ການກຳນົດຕົວຊີ້ວັດລະດັບຊາດຂອງຜົນການຮຽນ;
  7. ດຳເນີນການວັດ ແລະ ປະເມີນ ການຮຽນ ສຳລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ໃນລະດັບຊາດ, ພາກພື້ນ ແລະ ສາກົນ ເປັນຕົ້ນ ASLO, EGRA, SEA-PLM, PISA;
  8. ສ້າງບົດລາຍງານ, ເຜີຍແຜ່ ແລະ ຊຸກຍູ້ ການນໍາໃຊ້ຜົນການວັດ ແລະ ປະເມີນ ການຮຽນ ເພື່ອພັດທະນາ ແລະ ປັບປຸງຄຸນນະພາບການສຶກສາ;
  9. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
  10. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.

ພະແນກຕິດຕາມ ແລະ ປະເມີນຜົນ ຂະແໜງການ

...
ຫົວໜ້າພະແນກ
...
ຮອງຫົວໜ້າພະແນກ
...
ວິຊາການ
...
ວິຊາການ
...
ວິຊາການ
...
ວິຊາການ
...
ວິຊາການ
  1. ຄົ້ນຄວ້າ, ສັງລວມ ແລະ ລາຍງານຜົນການເຄື່ອນໄຫວວຽກງານຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ;
  2. ສ້າງແຜນ ແລະ ເຄື່ອນໄຫວວຽກງານຕິດຕາມ ແລະ ປະເມີນຜົນຂອງກົມ ປະຈໍາເດືອນ, ປະຈໍາໄຕມາດ ແລະ ປະຈໍາປີ;
  3. ສ້າງແຜນພັດທະນາ ວຽກງານຕິດຕາມ ແລະ ປະເມີນຜົນ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາໄຕມາດ, ປະຈໍາປີ, ໄລຍະສັ້ນ ແລະ ໄລຍະຍາວ;
  4. ຕິດຕາມຄວາມຄຶບໜ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາປີ ແລະ ປະຈໍາສົກຮຽນ;
  5. ດໍາເນີນການທົບທວນ, ຕິດຕາມ ແລະ ປະເມີນຜົນ ຮ່ວມກັບຄູ່ຮ່ວມພັດທະນາໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາປະຈໍາປີ;
  6. ສ້າງ, ປັບປຸງ ແລະ ຄຸ້ມຄອງລະບົບຂໍ້ມູນຕິດຕາມ ແລະ ປະເມີນຜົນ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ;
  7. ສ້າງ, ປັບປຸງ ເຄື່ອງມື, ຄູ່ມື, ເອກະສານທາງການຮັບໃຊ້ວຽກງານຕິດຕາມ ແລະ ປະເມີນຜົນ ແລະ ການທົບທວນຮ່ວມກັບຄູ່ຮ່ວມພັດທະນາ;
  8. ສ້າງຄວາມເຂັ້ມແຂງໃຫ້ແກ່ທີມງານວຽກງານຕິດຕາມ ແລະ ປະເມີນຜົນ ຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນສະຖານການສຶກສາ ກ່ຽວກັບວຽກງານຕິດຕາມ ແລະ ປະເມີນຜົນ;
  9. ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງສຶກສາທິການ ແລະ ກິລາ ປະຈຳໄຕມາດ, ປະຈໍາ 6 ເດືອນ, ປະຈໍາ ປີ, ປະຈໍາ 3 ປີ ແລະ ປະຈໍາ 5 ປີ ຕາມແຕ່ລະຂະແໜງການຍ່ອຍຕ່າງໆ: ການສຶກສາກ່ອນໄວຮຽນ, ປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ, ມັດທະຍົມສຶກສາຕອນປາຍ, ການສຶກສານອກໂຮງຮຽນ, ການສຶກສາຄູ, ອາຊີວະສຶກສາ-ຝຶກອົບຮົມວິຊາຊີບ, ການສຶກສາຊັ້ນສູງ, ກິລາ-ກາຍຍະກໍາ, ວິທະຍາສາດ ແລະ ການບໍລິຫານ-ຄຸ້ມຄອງການສຶກສາ;
  10. ເປັນກອງເລຂາໜ່ວຍວິຊາການຍ່ອຍທີ 5 (Focal Group 5): ການບໍລິຫານ-ຄຸ້ມຄອງການສຶກສາ, ວິທະຍາສາດ ແລະ ກິລາ;
  11. ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຕິດຕາມ ແລະ ປະເມີນຜົນ ຂອງກົມ ແລະ ຂອງຂະແໜງ ການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາ 6 ເດືອນ, ປະຈໍາປີ;
  12. ສະຫຼຸບລາຍງານຜົນການທົບທວນ, ຕິດຕາມ ແລະ ປະເມີນຜົນ ຮ່ວມກັບຄູ່ຮ່ວມພັດທະນາ ໃຫ້ຂັ້ນເທິງ ແລະ ຄູ່ຮ່ວມພັດທະນາຮັບຊາບ ໃນແຕ່ລະໄລຍະ;
  13. ປະສານສົມທົບກັບບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງ ລວມທັງຄູ່ຮ່ວມພັດທະນາຕ່າງໆ, ພະແນກພາຍໃນກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ;
  14. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
  15. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.

ຮຽນຕໍ່ຕ່າງປະເທດ

ຄີນນິທັກ ແສງບັນດິດ
ວິຊາການ (ຈີນ)
ລັດສະໝີ ກອງຈັນສະຫວັດ
ວິຊາການ (ເກົາຫຼີໃຕ້)
ຕູ້ລີ​ ລີເຢ້ເບ່ຍປໍ
ວິຊາການ (ເກົາຫຼີໃຕ້)