


ໃນວັນທີ 9 ມິຖຸນາ 2025, ທີ່ຫ້ອງປະຊຸມ ຣີສອດ ນາປ່າກກວາງ (ທ່າລາດ, ແຂວງວຽງຈັນ), ກົມປະກັນຄຸນນະພາບການສຶກສາ ຮ່ວມກັບ ກົມຈັດຕັ້ງ ແລະ ພະນັກງານ ໄດ້ດຳເນີນກອງປະຊຸມວິຊາການ ເພື່ອປຶກສາຫາລື ແລະ ຮັບຮອງ ຮ່າງດຳລັດນາຍົກລັດຖະມົນຕີ ວ່າດ້ວຍ ສະພາທີ່ປຶກສາການສຶກສາ (ສປສ) ເຊິ່ງເປັນນິຕິກຳລຸ່ມກົດໝາຍ ເພື່ອຜັນຂະຫຍາຍ ມາດຕາ 91-92 ຂອງກົດໝາຍວ່າດ້ວຍການສຶກສາ ສະບັບປັບປຸງໃໝ່ 2025.