
ຮ່າງກົດໝາຍສາມັນສຶກສາ ນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX
- Categories ການເຄື່ອນໄຫວ, ນິຕິກໍາ
- ວັນທີ 18/06/2025
ຕອນເຊົ້າວັນທີ 18 ມິຖຸນານີ້, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ພິຈາລະນາຮ່າງກົດໝາຍສາມັນສຶກສາ, ໂດຍໄດ້ເລີ່ມຈາກການນໍາສະເໜີຂອງ ທ່ານ ປອ. ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ເຊິ່ງໄດ້ລາຍງານ ກ່ຽວກັບ 5 ເນື້ອໃນຫຼັກ ດັ່ງລຸ່ມນີ້.
- ຄວາມເປັນມາ ແລະ ສະພາບການຈັດຕັ້ງປະຕິບັດ ວຽກງານສາມັນສຶກສາ ຢູ່ ສປປ ລາວ;
- ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ກົດໝາຍວ່າດ້ວຍສາມັນສຶກສາ;
- ຂະບວນການ ສ້າງ (ຮ່າງ) ກົດໝາຍວ່າດ້ວຍສາມັນສຶກສາ;
- ໂຄງປະກອບ ແລະ ເນື້ອໃນທີ່ສໍາຄັນຂອງ (ຮ່າງ) ກົດໝາຍວ່າດ້ວຍສາມັນສຶກສາ; ແລະ
- ຄາດຄະເນຜົນໄດ້ຮັບພາຍຫຼັງ ກົດໝາຍວ່າດ້ວຍສາມັນສຶກສາ ຖືກຮັບຮອງ.
ການພິຈາລະນາຮ່າງກົດໝາຍວ່າດ້ວຍສາມັນສຶກສາ ໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ; ໂດຍມີ ສສຊ ຈໍານວນ 35 ທ່ານ ປະກອບຄໍາເຫັນຕິດພັນກັບ 42 ມາດຕາ ແລະ ກວມເອົາ 93 ປະເດັນ. ສິ່ງທີ່ສະພາແຫ່ງຊາດ ໄດ້ຍົກເປັນປະເດັນຫຼັກ ມີດັ່ງລຸ່ມນີ້:
- ລະດັບຂອງການສຶກສາພາກບັງຄັບ
- ການສຶກສາພາກບັງຄັບທີ່ບໍ່ເສຍຄ່າ
- ການຫັນປ່ຽນຈາກ 5+4+3 ໄປຫາ 6+3+3
- ງົບປະມານລັດຖະບານຕໍ່ສາມັນສຶກສາ
- ຄ່າຮຽນຂອງການສຶກສາພາກເອກະຊົນ
- ການຫຼຸດລົງທາງດ້ານປະລິມານ ແລະ ຄຸນນະພາບຂອງຄູ
- ພັນທະຂອງຄອບຄົວ ແລະ ສັງຄົມ ເພື່ອປ້ອງກັນການປະລະການຮຽນຂອງເດັກ
- ການປ່ຽນຊື່ຈາກ “ໂຮງຮຽນມັດທະຍົມຕອນປາຍ” ກັບໄປຫາຊື່ເກົ່າ “ໂຮງຮຽນອຸດົມ”
- ອື່ນໆ...



