
ໃນວັນທີ 4-7 ສິງຫາ 2025, ກປຄ ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະແນກວິຊາການພາຍໃນ ໃນການນຳໃຊ້ລະບົບ G-office; ພະແນກບໍລິຫານ ແລະ ຄົ້ນຄວ້າສັງລວມ ສົມທົບກັບ ພະແນກໂຄສະນາ, ຕິດຕາມ ແລະ ປະເມີນຜົນ, ພະແນກພັດທະນານິຕິກຳ ແລະ ພະແນກຄຸ້ມຄອງວຸດທິ ໄດ້ຈັດກອງປະຊຸມຝຶກອົບຮົມພາຍໃນໃຫ້ແກ່ພະນັກງານຂອງຕົນ ເພື່ອໃຫ້ສາມາດນຳໃຊ້ລະບົບ G-Office ໄດ້ທັງ ຂາເຂົ້າ ແລະ ຂາອອກ.
G-Office ໄດ້ຖືກພັດທະນາໂດຍກະຊວງເຕັກໂນໂລຊີ ແລະການສື່ສານ ເຊິ່ງເປັນຂໍ້ລິເລີ່ມຂອງລັດຖະບານ ເພື່ອເພີ່ມປະສິດຕິພາບໃນການເຮັດວຽກ ແລະປະຫຍັດຄ່າໃຊ້ຈ່າຍໃນການນໍາໃຊ້ເຈ້ຍ ແລະການພິມ.