


ໃນວັນທີ 1 ມິຖຸນາ 2025 ຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ນຳພາໂດຍຫ້ອງການກະຊວງ, ພ້ອມດ້ວຍບັນດາກົມ, ຫ້ອງການ, ສະຖາບັນ ແລະ ວິທະຍາໄລອ້ອມຂ້າງ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນປູກຕົ້ນໄມ້ ແລະ ວັນເດັກແຫ່ງຊາດ ທີ່ວິທະຍາໄລເຕັກນິກການລົດໄຟ ລາວ-ຈີນ ແລະ ສະໜາມກິລາແຫ່ງຊາດຫຼັກ16. ໃນໂອກາດນີ້, ກົມປະກັນຄຸນນະພາບ ໄດ້ປູກຕົ້ນໄມ້ຮ່ວມກັບບັນດາຄະນະຜູ້ແທນ ແລະ ເພື່ອນຮ່ວມງານ ຈາກ ສສກ. ຢ່າງເປັນຂະບວນການຟົດຟື້ນ.