
ກົມປະກັນຄຸນນະພາບການສຶກສາ ຈັດຝຶກອົບຮົມ ຜູ້ປະເມີນພາຍນອກ ຊຸດທີ6
- ວັນທີ 14/11/2026
- Categories ການເຄື່ອນໄຫວ, ການປະກັນຄຸນນະພາບການສຶກສາ
ກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມຜູ້ປະເມີນພາຍນອກ ຊຸດທີ6 ຂຶ້ນໃນວັນທີ 09-13 ພະຈິກ 2026, ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ. ກອງປະຊຸມໄດ້ເລີ່ມຕົ້ນ ໂດຍການກ່າວເປີດພິທີຂອງ ທ່ານ ພົນມະນີ ສີລິພົງ ຮອງຫົວໜ້າກົມປະກັນຄຸນນະພາບການສຶກສາ. ຜູ້ສະໝັກເປັນຜູ້ປະເມີນພາຍນອກ ເຂົ້າຮ່ວມມີທັງໝົດ 43 ທ່ານ, ຍິງ 14 ທ່ານ ເຊິ່ງປະກອບດ້ວຍ ຄູອາຈານ ຈາກສະຖານອາຊີວະສຶກສາ ແລະ ສະຖາບັນການສຶກສາຊັ້ນສູງ ທັງ ພາກລັດ ແລະ ເອກະຊົນ ເຊັ່ນ ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບແຫ່ງຊາດ ແລະ ວິທະຍາຄານ ຕຳຫຼວດປະຊາຊົນ. ນອກນັ້ນ ຍັງມີ ຕາງໜ້າຈາກບັນດາກະຊວງ ແລະ ສະພາ ອຸດສາຫະກຳ ແລະ ການຄ້າ.
ການຝຶກອົບຮົມຄັ້ງນີ້ ແນໃສ່ໃຫ້ຜູ້ປະເມີນພາຍນອກ ເຂົ້າໃຈລະບົບ ແລະ ກົນໄກການປະກັນຄຸນນະພາບການສຶກສາ ທັງພາຍໃນ ແລະ ພາຍນອກ; ຮູ້ຂັ້ນຕອນ, ບົດບາດ ແລະ ຈັນຍາບັນຂອງຜູ້ປະເມີນ; ນໍາໃຊ້ມາດຕະຖານສະຖານອາຊີວະສຶກສາ 10 ມາດຕະຖານ 45 ຕົວຊີ້ວັດ ເຂົ້າໃນການປະເມີນ ແລະ ຕີລາຄາລະດັບຄຸນນະພາບໄດ້; ມີທັກສະການສຳພາດ, ຕີລາຄາຄຸນນະພາບ ແລະ ການຂຽນບົດລາຍງານການປະເມີນພາຍນອກ.
ໃນການຝຶກອົບຮົມ, ຄະນະພະແນກປະກັນຄຸນນະພາບອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໄດ້ນຳສະເໜີພາບລວມຂອງລະບົບປະກັນຄຸນນະພາບ ແລະ ຂະບວນການປະເມີນພາຍນອກ. ເນື້ອໃນຍັງລວມມີ ບົດບາດ ແລະ ຈັນຍາບັນຂອງຜູ້ປະເມີນ, ມາດຕະຖານປະກັນຄຸນນະພາບ, ວິທີການປະເມີນ (ການສຳພາດ, ການກວດເອກະສານ ແລະ ການສັງເກດການ), ເກນການໃຫ້ຄະແນນ ແລະ ການຂຽນບົດລາຍງານ. ນອກຈາກນີ້, ຍັງໄດ້ເຊີນຜູ້ປະເມີນພາຍນອກທີ່ເຄີຍລົງປະເມີນຕົວຈິງ ມາແລກປ່ຽນບົດຮຽນ ແລະ ປະສົບການ ໃຫ້ກັບຜູ້ເຂົ້າຮ່ວມ.
ຈຸດເດັ່ນຂອງການຝຶກອົບຮົມຄັ້ງນີ້ ແມ່ນການຝຶກພາກປະຕິບັດຕົວຈິງ. ສຳມະນາກອນໄດ້ແບ່ງເປັນກຸ່ມ ເພື່ອສຶກສາມາດຕະຖານ, ໄດ້ທົດລອງສຳພາດຕົວຈິງ ກັບຄະນະອຳນວຍການ, ຄະນະພະແນກ, ຄູອາຈານ ແລະ ນັກຮຽນ ຂອງວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ລົງເບິ່ງສະຖານທີ່ຕົວຈິງ. ສຸດທ້າຍ, ແຕ່ລະທ່ານໄດ້ຂຽນບົດລາຍງານການປະເມີນ ແລະ ນຳສະເໜີຜົນຕໍ່ທີ່ປະຊຸມ, ເຊິ່ງມີ ທ່ານ ປັນຍາ ຈັນທະວົງ ຫົວໜ້າກົມປະກັນຄຸນນະພາບການສຶກສາ ໄດ້ເຂົ້າຮ່ວມຮັບຟັງການນຳສະເໜີຂອງຜູ້ເຂົ້າຮ່ວມ. ຈາກນັ້ນ, ທ່ານໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ປະເມີນພາຍນອກທຸກທ່ານ ແລະ ກ່າວປິດພິທີຢ່າງເປັນທາງການ.
ຜູ້ສະໝັກເປັນຜຸ້ປະເມີນພາຍນອກ ຈະຖືກເຊື້ອເຊີນເຂົ້າຮ່ວມການປະເມີນພາຍນອກ ໃນຕໍ່ໜ້າ ໃນຖານະເປັນຜູ້ສັງເກດການ ກ່ອນຈະຖືກຄັດເລືອກ ແລະ ລົງດຳເນີນການເປັນຜູ້ປະເມີນພາຍນອກ ໃນອະນາຄົດ.
ການຝຶກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ໂຄງການເສີມສ້າງທັກສະສີມືທີ່ເປັນບູລິມະສິດ ສຳລັບການເຕີບໂຕ ຂອງ ສປປ ລາວ (Lao PDR: Priority Skills for Growth Project).



