
ກອງປະຊຸມຝຶກອົບຮົມຄູຝຶກຂັ້ນສູນກາງ ສໍາລັບ ມາດຕະຖານຄຸນນະພາບຂັ້ນພື້ນຖານ ໃນຊັ້ນອະນາບານສຶກສາ
- Categories ການເຄື່ອນໄຫວ, ການປະກັນຄຸນນະພາບການສຶກສາ
- ວັນທີ 19/07/2024
ໃນລະຫວ່າງວັນທີ 15-19 ກໍລະກົດ 2024 ທີ່ຜ່ານມາ, ກົມປະກັນຄຸນນະພາບການສຶກສາ (ປຄສ) ສສກ. ໄດ້ຈັດກອງປະຊຸມຝຶກອົບຮົມ ຄູຝຶກຂັ້ນສູນກາງ ກ່ຽວກັບມາດຕະຖານຄຸນນະພາບຂັ້ນພື້ນຖານ (ມຄພ.) ຊັ້ນອະນຸບານສຶກສາ ໃຫ້ແກ່ 5 ວິທະຍາໄລສ້າງຄູ ເຊັ່ນ: ວຄ. ຄັງໄຂ, ວຄ. ບ້ານເກິນ, ວຄ. ດົງຄໍາຊ້າງ, ວຄ. ສະຫວັນນະເຂດ ແລະ ວຄ. ສາລະວັນ, ພ້ອມດ້ວຍພະນັກງານວິຊາການ ຈາກ ກົມການສຶກສາກ່ອນໄວຮຽນ, ກົມສາມັນສຶກສາ, ກົມສ້າງຄູ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກົມປະກັນຄຸນນະພາບການສຶກສາ ລວມທັງໝົດ ຈໍານວນ 20 ທ່ານ. ກອງປະຊຸມຝຶກອົບຮົມ ໄດ້ຈັດຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານປັນຍາ ຈັນທະວົງ ວ່າການແທນຫົວໜ້າກົມ DEQA ໂດຍໄດ້ຮັບການສະໜັບສະໜູນຈາກອົງການຍູນີເຊັບປະຈໍາ ສປປ.ລາວ. ເຊິ່ງຄູຝຶກຂັ້ນສູນກາງເຫຼົ່ານີ້ ຈະສືບຕໍ່ຈັດຝຶກອົບຮົມໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ແລະ ຄູສອນໂຮງຮຽນອະນຸບານໃນເຂດບໍລິການຂອງເຂົາເຈົ້າ.



