
ກົມປະກັນຄຸນນະພາບການສຶກສາ ຮ່ວມກັບ ວິທະຍາໄລເຕັກນິກປາກປ່າສັກ ຈັດກິດຈະກໍາ
- Categories ການເຄື່ອນໄຫວ
- ວັນທີ 13/06/2025
ໃນຕອນແລງ ວັນທີ 13 ມິຖຸນາ 2025, ກົມປະກັນຄຸນນະພາບການສຶກສາ ຮ່ວມກັບ ວິທະຍາໄລເຕັກນິກປາກປ່າສັກ ຈັດຂະບວນການສ້າງຄວາມເຂັ້ມແຂງເຄືອຂ່າຍການປະກັນຄຸນນະພາບການສຶກສາ, ສະເຫຼີມສະຫຼອງສາມວັນປະຫວັດສາດ, ທັງເປັນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ສສກ.
ໂດຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ແລກປ່ຽນຄໍາເຫັນທາງດ້ານວິຊາການ ຂອງພະນັກງານທັງສອງພາກສ່ວນ. ເປັນພິເສດໃນຄັ້ງນີ້, ທ່ານ ປອ. ສໍາລານ ພັນຄະວົງ, ຮອງລັດຖະມົນຕີ ສສກ. ພ້ອມດ້ວຍ ທ່ານຫົວໜ້າກົມ ແລະ ຮອງຫົວໜ້າກົມ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ພ້ອມທັງເປັນສັກຂີພະຍານ ໃນການມອບໂນດບຸກ ຈໍານວນ 2 ໜ່ວຍ ທີ່ໄດ້ຈາກການລະດົມທຶນ ແລະ ການສະໜັບສະໜູນຈາກພາກເອກະຊົນ ໃຫ້ແກ່ວິທະຍາໄລດັ່ງກ່າວ.



