
ກອງປະຊຸມປຶກສາຫາລື ຈັດຕັ້ງປະຕິບັດວຽກງານ SEA-PLM 2029
- ວັນທີ 20/10/2026
- Categories ການເຄື່ອນໄຫວ, ການປະເມີນການຮຽນ, SEA-PLM
ໃນວັນທີ 19 ຕຸລາ 2026, ທີ່ຫ້ອງປະຊຸມຕຶກສີສະເກດ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະຊີ້ນໍາ ແຜນງານປະເມີນຜົນການຮຽນຂອງນັກຮຽນຊັ້ນປະຖົມສຶກສາຂອງອົງການລັດຖະມົນຕີສຶກສາ ອາຊີຕາເວັນອອກສ່ຽງໃຕ້ (SEA-PLM) ໂດຍມີ ທ່ານນາງ TAKAHO Fukami ຫົວໜ້າຂະແໜງການສຶກສາ, ທ່ານ ອາໂນລັກ ຈັນປະສິດ ຜູ້ຮັບຜິດຊອບວຽກງານການສຶກສາຂັ້ນພື້ນຖານ ຈາກອົງການຢູນິເຊັບ, ທ່ານ Michael Drabble ຊ່ຽວຊານອາວຸໂສ ດ້ານການສຶກສາ ຈາກທະນາຄານໂລກ, ຫົວໜ້າກົມ/ຮອງຫົວໜ້າກົມ ຈາກຫ້ອງການກະຊວງ, ກົມແຜນການ ແລະ ການເງິນ, ກົມຈັດຕັ້ງ, ກົມປະກັນຄຸນນະພາບການສຶກສາ; ພ້ອມດ້ວຍ ຄະນະພະແນກ ແລະ ວິຊາການ ຈາກກົມປະກັນຄຸນນະພາບການສຶກສາ ລວມຜູ້ເຂົ້າຮ່ວມ ທັງໝົດ 13 ທ່ານ, ຍິງ 8 ທ່ານ. ໂດຍມີ ຈຸດປະສົງ ເພື່ອລາຍງານ ການຈັດຕັ້ງຜັນຂະຫຍາຍ ຜົນການປະເມີນ SEA-PLM 2024, ລາຍງານ ຄວາມຄືບໜ້າໃນການກະກຽມ ແລະ ປຶກສາຫາລື ກ່ຽວກັບ ງົບປະມານ ເພື່ອຈັດຕັ້ງປະຕິບັດ SEA-PLM 2029 ໂດຍສະເພາະ ການປະກອບສ່ວນຈາກຄູ່ຮ່ວມພັດທະນາ.
ກອງປະຊຸມປຶກສາຫາລືໄດ້ດໍາເນີນໄປ ດ້ວຍການລາຍງານຈາກ DEQA ກ່ຽວກັບວຽກງານການກະກຽມ, ຕໍ່ດ້ວຍການສະແດງຄວາມຄິດເຫັນ ແລະ ຂໍ້ສະເໜີແນະ ຈາກບັນດາຜູ້ຊ່ຽວຊານຂອງອົງການ UNICEF ແລະ ທະນາຄານໂລກ. ກອງປະຊຸມໄດ້ສະຫຼຸບໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການປະກອບສ່ວນຈາກບັນດາຄູ່ຮ່ວມພັດທະນາ ແລະ ການຈັດສັນງົບປະມານຂອງລັດຖະບານ ເພື່ອເສີມສ້າງຄວາມເປັນເຈົ້າການຂອງ ສປປ ລາວ.



