
ກອງປະຊຸມ ທົບທວນ ແລະ ຮັບຮອງ ບົດລາຍງານ/ກະດານຂໍ້ມູນ ເພື່ອຕິດຕາມແຜນພັດທະນາຂະແໜງການສຶກສາ ແລະ ກິລາ
- ວັນທີ 15/11/2026
- Categories ການເຄື່ອນໄຫວ, ການຕິດຕາມ ແລະ ປະເມີນຜົນ ຂະແໜງການ
ກອງປະຊຸມ ທົບທວນ ແລະ ຮັບຮອງ ບົດລາຍງານ/ກະດານຂໍ້ມູນ ເພື່ອຕິດຕາມແຜນພັດທະນາຂະແໜງການສຶກສາ ແລະ ກິລາ (ESSDP), ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 12-15 ພະຈິກ 2026 ທີ່ຫ້ອງປະຊຸມຣີສອດນາປ່າກວາງ, ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປັນຍາ ຈັນທະວົງ, ຫົວໜ້າກົມປະກັນຄຸນນະພາບການສຶກສາ. ມີຜູ້ເຂົ້າຮ່ວມຂັ້ນສູນກາງ ປະກອບດ້ວຍ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ. ຈາກຂັ້ນແຂວງ ປະກອບດ້ວຍ ຄະນະຂະແໜງ ແລະ ວິຊາການ ຈາກຂະແໜງກວດກາ ປະເມີນຜົນ ແລະ ປະກັນຄຸນນະພາບ 18 ແຂວງ/ນະຄອນຫຼວງ ທົ່ວປະເທດ. ລວມຜູ້ເຂົ້າຮ່ວມທັງໜົດ 62 ທ່ານ, ຍິງ 23 ທ່ານ.
ຈຸດປະສົງ ແມ່ນ:
1. ທົບທວນຄືນການນຳໄຊ້ ກະດານຂໍ້ມູນ ຂອງແຜນພັດທະນາຂະ ແໜງການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ ຄັ້ງທີ X (2026-2030) ເພື່ອສ້າງແຜນຂະຫຍາຍຜົນການນໍາໃຊ້ ແລະ ການສະໜັບສະໜຸນດ້ານເຕັກນິກໃນຕໍ່ໜ້າ;
2. ຢັ້ງຢືນຂໍ້ມູນ ແລະ ກວດກາຄວາມຖືກຕ້ອງຂອງນິຍາມຕົວຊີ້ບອກ ແລະ ສູດຄິດໄລ່ຕົວຊີ້ບອກ;
3. ປຶກສາຫາລືກ່ຽວກັບຮ່າງ (TOR) ຂໍ້ຕົກລົງວ່າດ້ວຍການານຕິດຕາມ ແລະ ປະເມີນຜົນ ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ;
4. ທົບທວນຄືນການລາຍງານຄວາມຄຶບໜ້າການຜັນຂະຫຍາຍການຈັດຕັ້ງມະຕິກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2025-2026.
ກອງປະຊຸມ ໄດ້ບັນລຸ ຜົນໄດ້ຮັບ ດັ່ງນີ້:
- ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບຮ່າງເອກະສານບົດລາຍງານດັ່ງກ່າວ ແລະ ເຫັນດີວ່າ ບົດລາຍງານຈະຕ້ອງກວມເອົາທັງຜົນງານທີ່ບັນລຸໄດ້ ແລະ ກິດຈະກຳຕ່າງໆທີ່ຈະສືບຕໍ່ດຳເນີນການ. ຄະນະຮັບຜິດຊອບ ຫຼື ກົມປະກັນຄຸນນະພາບການສຶກສາ ຈະສືບຕໍ່ປັບປຸງຮ່າງບົດລາຍງານໃຫ້ມີຄວາມກະທັດຮັດຍິ່ງຂຶ້ນ ພ້ອມທັງໃຫ້ຄຳແນະນຳຫຼື ຝຶກອົບຮົມເພີ່ມເຕີມ ໃຫ້ແກ່ພະນັກງານ ຂັ້ນແຂວງ ກ່ຽວກັບການກໍານົດແຜນກິດຈະກຳໃຫ້ສອດຄ່ອງກັບວຽກຈຸດສຸມບຸລິມະສິດ.
- ກອງປະຊຸມໄດ້ ເອກະພາບກັນ ເບື້ອງຕົ້ນກ່ຽວກັບນິຍາມ, ຂໍ້ມູນຕົວຊີ້ວັດ ແລະ ສູດການຄິດໄລ່; ແນວໃດກໍຕາມ, ຍັງມີບາງຈຸດທີ່ຈຳເປັນຕ້ອງໄດ້ປັບປຸງນິຍາມຕື່ມອີກ ເພື່ອຮັບປະກັນຄວາມສອດຄ່ອງກັນລະຫວ່າງຕົວຊີ້ວັດຕ່າງໆ.
- ຮ່າງຂໍ້ຕົກລົງວ່າດ້ວຍການຕິດຕາມ ແລະ ປະເມີນຜົນຂະແໜງການ ຍັງຕ້ອງການການປັບປຸງເພີ່ມເຕີມໂດຍ DEQA ແລະ ພາກສ່ວນກ່ຽວຂ້ອງຕ່າງໆ.
ແຜນໃນຕໍ່ໜ້າ:
DEQA ສືບຕໍ່ ປັບປຸງຮ່າງບົດລາຍງານ, ນິຍາມຕ່າງໆ ແລະ ຮ່າງຂໍ້ຕົກລົງ, ພ້ອມທັງສືບຕໍ່ພັດທະນາລະບົບສະແດງຜົນຂໍ້ມູນ (Data Dashboard) ຂອງ LESMIS ໃຫ້ສໍາເລັດ ໃນໄຕມາດ4 ຂອງປີ2026. ພ້ອມທັງ ຂຶນແຜນໂຄງການສ້າງຄວາມເຂັ້ມແຂງວຽກງານ ຕິດຕາມ ແລະ ປະເມີນຜົນ ຕາມບົດຮຽນທີ່ຖອດຖອນໄດ້ ແລະ ຫົວຂໍ້ການຝຶກອົບຮົມຕາມຄວາມຕ້ອງການຂອງທ້ອງຖິ່ນ.



