


ໃນຕອນເຊົ້າຂອງວັນທີ 14 ສິງຫາ 2024, ຢູ່ທີ່ຫ້ອງຝຶກອົບຮົມຂອງສູນໄອຊີທີ ກະຊວງສຶກສາທິການ ແລະ ກິລາ, ກົມປະກັນຄຸນນະພາບການສຶກສາ (DEQA) ໄດ້ຈັດຝຶກອົບຮົມວຽກງານ E-Office ໃຫ້ແກ່ພະນັກງານຂອງຕົນ. E-Office ແມ່ນລະບົບການຄຸ້ມຄອງເອກະສານຫ້ອງການແບບທັນສະໄໝຂອງລັດຖະບານ ເພື່ອຄຸ້ມຄອງເອກະສານຂາເຂົ້າ-ຂາອອກ, ສາມາດສະໜັບສະໜູນວຽກງານບໍລິຫານ ຫຼຸດຜ່ອນຊັບພະຍາກອນມະນຸດ ແລະໃຊ້ເວລາຢ່າງມີປະສິດທິຜົນ. DEQA ພະຍາຍາມນຳໃຊ້ນະໂຍບາຍການຫັນເປັນດິຈິຕອນເພື່ອປັບປຸງການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄວຂຶ້ນ.