


ໃນຕອນເຊົ້າຂອງວັນທີ 16 ມັງກອນ 2025, ທີ່ຫ້ອງປະຊຸມຊັ້ນ3 ເຂດເຈົ້າອານຸວົງ ກະຊວງສຶກສາທິການ ແລະ ກິລາ, ໄດ້ມີພິທີປະກາດການແຕ່ງຕັ້ງພະນັກງານຂອງກົມປະກັນຄຸນນະພາບການສຶກສາ; ທ່ານ ພົນມະນີ ສິລິພົງ ໄດ້ຮັບຕໍາແໜ່ງບໍລິຫານລະດັບ3 (ຮອງຫົວໜ້າກົມ), ທ່ານ ສຸພັນໄຊ ສິງທໍາມະວົງ ໄດ້ຮັບຕໍາແໜ່ງບໍລິຫານລະດັບ4 (ຫົວໜ້າພະແນກ) ແລະ ທ່ານ ອິດຕິພົນ ດວງພິມວົງ ໄດ້ຮັບຕໍາແໜ່ງບໍລິຫານລະດັບ5 (ຮອງຫົວໜ້າພະແນກ), ພາຍໃຕ້ການເຂົ້າຮ່ວມເປັນປະມານຂອງທ່ານ ປອ. ສໍາລານ ພັນຄະວົງ ຮອງລັດຖະມົນຕີ ສສກ, ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ແລະ ພະນັກງານຂອງກົມປະກັນຄຸນນະພາບເຂົ້າຮ່ວມຢ່າງພ້ອມພຽງ.
ຕາງໜ້າໃຫ້ຜູ້ໄດ້ັບຕໍາແໜ່ງໃໝ່, ທ່ານ ພົນມະນີ ສິລິພົງ ໄດ້ຂຶ້ນກ່າວປະຕິຍານ ຈະສືບຕໍ່ປະກອບສ່ວນຕາມພາລະບົດບາດຂອງຕົນ ພ້ອມທັງ ເສີມຂະຫຍາຍຄວາມຮັບຜິດຊອບ ເພື່ອສະໜັບສະໜູນວຽກງານການສຶກສາເວົ້າລວມ, ເວົ້າສະເພາະ ຈະຊ່ວຍປັບປຸງຄຸນນະພາບການສຶກສາໃຫ້ສູງຂຶ້ນ.