ເລື່ອງອູດ 17 ໂຕ ແລະ ລູກຊາຍ 3 ຄົນ
- ໝວດໝູ່ ເລື່ອງມ່ວນຊວນຄິດ
- ວັນທີ 20/10/2024
- Comments 0 comment
ແຕ່ກີ້ແຕ່ກ່ອນ, ມີພໍ່ຄ້າຊາວອາຣັບຄົນໜຶ່ງ ມີລູກຊາຍສາມຄົນ. ມື້ຫນຶ່ງ ພໍ່ຄ້າຜູ້ນັ້ນ ໄດ້ເສຍຊີວິດລົງຢ່າງກະທັນຫັນ. ລາວໄດ້ປະຈົດໝາຍໄວ້ເປັນພິໄນກໍາ ແບ່ງຊັບສິນທັງໝົດໃຫ້ລູກຊາຍທັງສາມ ລວມທັງອູດ 17 ໂຕ. ຫຼັງຈາກງານສົບໄດ້ສຳເລັດຢ່າງສົມບູນ, ລູກຊາຍໄດ້ພາກັນອ່ານເຈດຈໍານົງຂອງພໍ່. ໃນຈົດໝາຍ, ພໍ່ໄດ້ມອບຊັບສິນທັງໝົດຂອງລາວໃຫ້ລູກຊາຍທັງສາມຢ່າງເທົ່າທຽມກັນ, ຍົກເວັ້ນ ໂຕອູດ, ລາວໄດ້ແບ່ງພວກມັນດ້ວຍວິທີທີ່ແປກປະຫຼາດອອກໄປ ເຊິ່ງຜູ້ເປັນອ້າຍກົກ ຫຼື ຊາຍໃຫຍ່ໃຫ້ໄດ້ຮັບໜຶ່ງສ່ວນສອງຂອງອູດ, ຊາຍກາງໃຫ້ໄດ້ຮັບ ໜຶ່ງສ່ວນສາມຂອງອູດ ແລະ ຊາຍຫຼ້າໃຫ້ໄດ້ຮັບ ໜຶ່ງສ່ວນເກົ້າຂອງອູດ.
ເນື່ອງຈາກ 17 ເປັນຕົວເລກຄີກ ແລະ ເປັນຈໍານວນມູນ ທີ່ບໍ່ສາມາດຫານຂາດໃຫ້ກັບສາມໄດ້. ພວກເຂົາຈະແບ່ງອູດ 17 ໂຕນີ້ ໃຫ້ຊາຍໃຫຍ່, ຊາຍກາງ ແລະ ຊາຍຫຼ້າ ໄດ້ແນວໃດ?
ພວກລູກຊາຍ ໃຊ້ເວລາຄິດຢູ່ຫຼາຍມື້ ພະຍາຍາມຊອກຫາວິທີແບ່ງອຸດໃຫ້ລົງໂຕກັນ, ພໍດີ ມີຜູ້ເຖົ້າປັນຍາແຫຼມຄົມຜູ້ໜຶ່ງ ຂີ່ອູດຂອງຕົນກາຍມາ. ພວກເຂົາເຈົ້າໄດ້ຢຸດລາວໄວ້ ແລະຂໍໃຫ້ລາວຊ່ວຍແກ້ໄຂບັນຫາ. ໂດຍບໍ່ລັງເລ, ຜູ້ເຖົ້າໄດ້ແບ່ງຝູງອູດໃຫ້ເຂົາເຈົ້າຢ່າງລົງໂຕ ແລະສືບຕໍ່ຂີ່ອູດຂອງຕົນຕໍ່ໄປ. ຜູ້ເຖົ້າຜູ້ນັ້ນ ລາວເຮັດແນວໃດ?
ຜູ້ເຖົ້າປັນຍາແຫຼມຄົມ ຟັງບັນຫາດ້ວຍຄວາມຕັ້ງໃຈ ແລະທັນທີທັນໃດ ກໍຊອກຫາທາງອອກໄດ້. ລາວບອກໃຫ້ເຂົາເຈົ້າເອົາອູດທັງໝົດມາໃຫ້ລາວ. ເມື່ອພວກລູກຊາຍໄດ້ນຳອູດທັງໝົດ ໄປບ່ອນຂອງຜູ້ເຖົ້າປັນຍາແຫຼມຄົມແລ້ວ, ລາວໄດ້ເອົາອູດ ອີກໂຕໜຶ່ງເຊິ່ງເປັນຂອງລາວຕື່ມເຂົ້າໃສ່ອູດ 17 ໂຕ. ໃນປັດຈຸບັນຈໍານວນອູດທັງຫມົດ ແມ່ນ 18 ໂຕ.
ບັດນີ້, ຜູ້ເຖົ້າປັນຍາແຫຼມຄົມ ໄດ້ເວົ້າກັບຊາຍໃຫຍ່ ໃຫ້ອ່ານຈົດໝາຍດັ່ງກ່າວອີກຄັ້ງເຊິ່ງບອກວ່າ, ຊາຍໃຫຍ່ຈະໄດ້ອູດຈໍານວນເຄິ່ງໜຶ່ງ ໝາຍຄວາມວ່າ 18/2 = 9 ໂຕ. ດັ່ງນັ້ນ, ອູດ 9 ໂຕ ຈຶ່ງໄປຫາຊາຍໃຫຍ່.
ຈາກນັ້ນ, ຜູ້ເຖົ້າປັນຍາແຫຼມຄົມ ຈຶ່ງບອກໃຫ້ຊາຍກາງອ່ານຈົດໝາຍດັ່ງກ່າວອີກຄັ້ງເຊິ່ງບອກໄວ້ວ່າ, ຊາຍກາງຈະໄດ້ຮັບ 1 ສ່ວນສາມຂອງອູດ ໝາຍຄວາມວ່າ 18/3 = 6. ດັ່ງນັ້ນ, ອູດ 6 ໂຕຈຶ່ງໄປຫາຊາຍກາງ.
ໃນທີ່ສຸດ ຊາຍຫຼ້າ ໄດ້ອ່ານຈົດໝາຍຄືນອີກຄັ້ງເຊິ່ງບອກວ່າ, ຊາຍຫຼ້າຈະໄດ້ອູດ ຈໍານວນ 1 ສ່ວນເກົ້າ ໝາຍຄວາມວ່າ 18/9 = 2 ໂຕ. ດັ່ງນັ້ນ, ອູດ 2 ໂຕຈຶ່ງໄປຫາຊາຍຫຼ້າ.
ທັງໝົດ, ລູກຊາຍທັງ 3 ຄົນ ມີອູດ 9 + 6 + 2 = 17 ໂຕ ຕາມຈົດໝາຍບອກໄວ້.
ຫຼັງຈາກນັ້ນ, ຜູ້ຖົ້າປັນຍາແຫຼມຄົມ ກໍເອົາອູດໂຕໜຶ່ງຂອງຕົນຄືນຈາກອູດ 18 ໂຕ ແລ້ວກໍເດີນທາງຕໍ່ໄປ.
ມີກໍລະນີອື່ນທີ່ຄ້າຍຄືກັນແຕ່ແຕກຕ່າງກັນຢ່າງສິ້ນເຊີງ. ຈົດໝາຍຂອງພໍ່ບອກໄວ້ວ່າ ຊາຍໃຫຍ່ຈະໄດ້ຮັບເຄິ່ງໜຶ່ງຂອງອູດ 17 ໂຕ, ຊາຍກາງຈະໄດ້ຮັບ 1 ສ່ວນສາມຂອງອູດ 17 ໂຕ ແລະ ຊາຍຫຼ້າຈະໄດ້ຮັບ 1 ສ່ວນຫົກ ຂອງອູດ 17 ໂຕ.
ທ້າວຈ້າມັກສະແດງ ກໍໄດ້ເຮັດແບບດຽວກັນກັບ ຜູ້ເຖົ້າປັນຍາແຫຼມຄົມທີ່ໂດ່ງດັງ. ລາວບອກໃຫ້ເຂົາເຈົ້າເອົາອູດທັງໝົດມາໃຫ້ລາວ. ເມື່ອພວກລູກຊາຍໄດ້ນຳອູດທັງໝົດມາຮອດບ່ອນຂອງທ້າວຈ້າ, ລາວກໍໄດ້ເພີ່ມອູດໂຕໜຶ່ງເຊິ່ງເປັນຂອງລາວເຂົ້າໃສ່ຝູງອູດ 17 ໂຕ. ໃນປັດຈຸບັນຈໍານວນອູດທັງຫມົດແມ່ນ 18 ໂຕ.
ບັດນີ້, ທ້າວຈ້າ ໄດ້ເວົ້າກັບຊາຍໃຫຍ່ ໃຫ້ອ່ານຈົດໝາຍດັ່ງກ່າວອີກຄັ້ງເຊິ່ງບອກວ່າ, ຊາຍໃຫຍ່ຈະໄດ້ອູດຈໍານວນເຄິ່ງໜຶ່ງ ໝາຍຄວາມວ່າ 18/2 = 9 ໂຕ. ດັ່ງນັ້ນ, ອູດ 9 ໂຕ ຈຶ່ງໄປຫາຊາຍໃຫຍ່.
ຈາກນັ້ນ, ທ້າວຈ້າ ຈຶ່ງບອກໃຫ້ຊາຍກາງອ່ານຈົດໝາຍດັ່ງກ່າວອີກຄັ້ງເຊິ່ງບອກໄວ້ວ່າ, ຊາຍກາງຈະໄດ້ຮັບ 1 ສ່ວນສາມຂອງອູດ ໝາຍຄວາມວ່າ 18/3 = 6. ດັ່ງນັ້ນ, ອູດ 6 ໂຕຈຶ່ງໄປຫາຊາຍກາງ.
ໃນທີ່ສຸດ ຊາຍຫຼ້າ ໄດ້ອ່ານຈົດໝາຍຄືນອີກຄັ້ງເຊິ່ງບອກວ່າ, ຊາຍຫຼ້າຈະໄດ້ອູດ ຈໍານວນ 1 ສ່ວນຫົກ ໝາຍຄວາມວ່າ 18/6 = 3 ໂຕ. ດັ່ງນັ້ນ, ອູດ 3 ໂຕຈຶ່ງໄປຫາຊາຍຫຼ້າ.
ທັງໝົດ, ລູກຊາຍທັງ 3 ຄົນ ມີອູດ 9 + 6 + 3 = 18 ໂຕ ຕາມຈົດໝາຍບອກໄວ້.
ໃນກໍລະນີນີ້, ທ້າວຈ້າ ໄດ້ສູນເສຍອູດໂຕຫນຶ່ງຂອງຕົນໃຫ້ລູກຊາຍທັງສາມ. ໃນສອງກໍລະນີນີ້ ຄວາມແຕກຕ່າງ ມີຄືແນວໃດ?
ຄວາມແຕກຕ່າງຂອງສອງກໍລະນີ ແມ່ນຜົນລວມຂອງສ່ວນແບ່ງສາມສ່ວນ.
- ຈົດຫມາຍສະບັບຕົ້ນໄດ້ກ່າວເຖິງ 1/2, 1/3 ແລະ 1/9. ລວມທັງໝົດແມ່ນ (1/2 + 1/3 + 1/9) = ( 9/18 + 6/18 + 2/18 ) = 17/18. ເຊິ່ງມັນບໍ່ເຕັມ 100%. ເມື່ອເອົາມາໃຊ້ກັບອູດ 17 ໂຕ, ເທົ່າກັບ ອູດ 17 ໂຕ * 17/18 = 16.05 ໂຕ.
- ວິທີແກ້ບັນຫາຂອງຜູ້ເຖົ້າປັນຍາແຫຼມຄົມ ແມ່ນເອົາສ່ວນແບ່ງ 17/18 ໄປນໍາໃຊ້ກັບອູດ 18 ໂຕ, ເທົ່າກັບ ອູດ 18 ໂຕ * 17/18 = 17 ໂຕ. ເຊິ່ງມັນແຕກຕ່າງຈາກເຈດຈໍານົງເດີມຂອງຜູ້ເປັນພໍ່, ແຕ່ວ່າ ຜູ້ເຖົ້າສາມາດແບ່ງອູດ 17 ໂຕໄດ້ຢ່າງລົງໂຕ ໂດຍບໍ່ມີສ່ວນເສດເຫຼືອ.
- ກໍລະນີທີສອງແກ້ໄຂໂດຍທ້າວຈ້າ ຈົດໝາຍໄດ້ກ່າວເຖິງ 1/2, 1/3 ແລະ 1/6. ລວມທັງໝົດແມ່ນ (1/2 + 1/3 + 1/6) = ( 9/18 + 6/18 + 3/18 ) = 18/18. ເຊິ່ງມັນເຕັມ 100%. ເມື່ອໃຊ້ກັບອູດ 17 ໂຕ, ເທົ່າກັບ ອູດ 17 ໂຕ * 18/18 = 17 ໂຕ, ຫຼືເຖິງແມ່ນວ່າ ໃຊ້ກັບອູດ 18 ໂຕ, ເທົ່າກັບ ອູດ 18 ໂຕ * 18/18 = 18 ໂຕ.
Tag:17 Camels, Funny Maths