ກອງປະຊຸມກວດກາເນື້ອໃນຮອບດ້ານຕໍ່ຮ່າງກົດໝາຍການສຶກສາໂດຍສະພາແຫ່ງຊາດ
- ໝວດໝູ່ ການເຄື່ອນໄຫວ, ນິຕິກໍາ
- ວັນທີ 11/10/2024
ໃນລະຫວ່າງວັນທີ 09-10 ຕຸລາ 2024 ຜ່ານມາ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການສຶກສາ ໄດ້ຖືກຈັດຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ມີທ່ານ ຮສ. ປອ. ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ບັນດາທ່ານປະທານ-ຮອງປະທານກໍາມາທິການກົດໝາຍ, ກໍາມາທິການວັດທະນະທໍາ-ສັງຄົມ, ບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານຄະນະກົມ ຄະນະພະແນກ ແລະ ວິຊາການ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄໍາໃບ ດໍາລັດ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍ ເພາະເປັນກອງປະຊຸມຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍຢ່າງລະອຽດ, ຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ; ຄະນະກໍາມາທິການກົດໝາຍ ຈະໄດ້ລາຍງານຜົນສໍາເລັດຂອງການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອຕົກລົງເອົາໄປທາບທາມຄໍາເຫັນກັບບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ກ່ອນນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະໄດ້ໄຂຂຶ້ນໃນໄວໆນີ້.
ທ່ານ ປອ. ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີໂດຍຫຍໍ້ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງກົດໝາຍວ່າດ້ວຍການສຶກສາ, ຕາງໜ້າກົມກົດໝາຍຂອງສະພາແຫ່ງຊາດ ໄດ້ສະເໜີເນື້ອໃນຂອງຮ່າງກົດໝາຍດັ່ງກ່າວ; ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ເນື້ອໃນຂອງຮ່າງກົດໝາຍ ທີ່ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແນໃສ່ເຮັດໃຫ້ເນື້ອໃນມີຄວາມກະຈ່າງແຈ້ງ, ຮັດກຸມ ແລະ ແທດເໝາະກັບສະພາບຄວາມເປັນຈິງໃນປັດຈຸບັນ.
ປັດຈຸບັນ, ກົດໝາຍສະບັບດັ່ງກ່າວ ໄດ້ຮັບການກວດກາເນື້ອໃນຮອບດ້ານຂັ້ນວິຊາການ ຮ່ວມກັບສະພາແຫ່ງຊາດ ແລະ ສະເໜີ (ຮ່າງ) ກົດໝາຍວ່າດ້ວຍການສຶກສາ ຫາ ສພຊ ເພື່ອກະກຽມເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 8 ໃນທ້າຍປີນີ້.
Tag:ກົດໝາຍການສຶກສາ, ນິຕິກໍາ, ສະພາແຫ່ງຊາດ