
ເລື່ອງ ແຂ່ງແລ່ນ 100 ແມັດ
- Categories ເລື່ອງມ່ວນຊວນຄິດ
- ວັນທີ 21/09/2024
A, B ແລະ C ແຂ່ງຂັນກັນໃນການແລ່ນ 100 ແມັດ. ພວກເຂົາທັງສາມແລ່ນດ້ວຍຄວາມໄວຄົງທີ່ຕະຫຼອດການແຂ່ງຂັນ.
A ຊະນະ B 20 ແມັດ.
B ຊະນະ C 20 ແມັດ.
A ຈະຊະນະ C ຈັກແມັດ?
ຖ້າທ່ານຕອບບັນຫານີ້ ດ້ວຍຄວາມຮູ້ສຶກງ່າຍໆ, ທ່ານອາດຈະເຮັດຜິດພາດ. ຂໍໃຫ້ຄິດກ່ຽວກັບມັນດີໆ.
ຄໍາຕອບ ບໍ່ແມ່ນ 40 ແມັດ!
ບັນຫາແມ່ນວ່າ ເມື່ອ A ມາຮອດເສັ້ນໄຊຈຸດ 100 ແມັດ, B ມາຮອດຈຸດ 80 ແມັດ ແລະ C ເດ, ຮອດຈຸດໃດ? ແນ່ນອນ, C ບໍ່ໄດ້ຢູ່ຈຸດ 60 ແມັດ.
ນໍາໃຊ້ສູດ ເວລາ = ໄລຍະທາງ / ຄວາມໄວ.
> A ຊະນະ B 20 ແມັດ
100m/Va = 80m/Vb (ສູດ 1)
> B ຊະນະ C 20 ແມັດ
100m/Vb = 80m/Vc (ສູດ 2)
ເມື່ອ A ຮອດເສັ້ນໄຊ, ເຮົາໄດ້:
100m/Va = 80m/Vb = Dc/Vc (ສູດ 3)
80/100 * 80/Vc = Dc/Vc (ແທນສູດ 2 ໃສ່ສູດ 3)
64m/Vc = Dc/Vc
Dc = 64 m.
> A ຊະນະ C 36 ແມັດ, ແມ່ນຄໍາຕອບທີ່ຖືກຕ້ອງ.
You may also like
ເລື່ອງອູດ 17 ໂຕ ແລະ ລູກຊາຍ 3 ຄົນ
20/10/2024
