
ກອງປະຊຸມປັບປຸງກົດໝາຍການສຶກສາ ຮ່ວມກັບຜູ້ຊ່ຽວຊານທາງດ້ານກົດໝາຍ ຈາກສະພາແຫ່ງຊາດ
- Categories ການເຄື່ອນໄຫວ
- ວັນທີ 01/07/2024
ໃນລະຫວ່າງວັນທີ 29-30 ມິຖຸນາ 2024 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ເຂດເຈົ້າອານຸວົງ), ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມວິຊາການ ເພື່ອປັບປຸງກົດໝາຍການສຶກສາ ສະບັບປີ2015 ໂດຍການເປັນປະທານຮ່ວມຂອງທ່ານ ປັນຍາ ຈັນທະວົງ ວ່າການແທນ ຫົວໜ້າກົມປະກັນຄຸນນະພາບການສຶກສາ ແລະ ທ່ານ ສົມເພັດ ຈິດຕະວັນ ຫົວໜ້າກົມວັດທະນະທໍາ.
ກອງປະຊຸມໄດ້ດໍາເນີນໄປຢ່າງຟົດຟື້ນ, ກົງໄປກົງມາ ແລະ ສ້າງສັນ ໂດຍຜ່ານການລາຍງານ ຜົນການສັງລວມຄໍາຄິດຄໍາເຫັນ ແລະ ຜົນການປະເມີນກົດໝາຍໃນໄລຍະຜ່ານມາ ພ້ອມທັງຂໍ້ສະເໜີໃນການປັບປຸງກົດໝາຍ ຈາກຄະນະກົມ ຄະນະພະແນກ ແລະ ພະນັກງານວິຊາການ ພະແນກພັດທະນານິຕິກໍາ ກົມປະກັນຄຸນນະພາບ ແລະ ພະແນກສຶກສາ ແລະ ກິລາ ກົມວັດທະນະທໍາ. ກອງປະຊຸມ ຍັງໄດ້ເຊື້ອເຊີນ ທ່ານ ສຈ. ດາວອນ ຫວ່າງວິຈິດ ແລະ ທ່ານນາງ ບຸນພອນ ເຮືອງມະນີ ຄະນະທີ່ປຶກສາດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ ເຂົ້າຮ່ວມ ແລະ ປະກອບຄໍາຄິດເຫັນ ໃນການປັບປຸງຄັ້ງນີ້.



