
ການປະກາດການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານຂອງກົມປະກັນຄຸນນະພາບການສຶກສາ
- Categories ການເຄື່ອນໄຫວ
- ວັນທີ 20/09/2024
ໃນຕອນບ່າຍ ຂອງວັນທີ 20 ກັນຍາ 2024 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ກະຊວງສຶກສາທິການ ແລະ ກິລາ (ເຂດເຈົ້າອານຸວົງ) ໄດ້ມີການຈັດພິທິປະກາດ ການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານປະເພດ 4 ຂອງກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະກິລາ, ໂດຍມີທ່ານ ປັນຍາ ຈັນທະວົງ ວ່າການແທນ ຫົວໜ້າກົມປະກັນຄຸນນະພາບການສຶກສາ, ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມເປັນຄະນະປະທານ, ພ້ອມດ້ວຍຕາງໜ້າຈາກກົມກອງອ້ອມຂ້າງ ເປັນຕົ້ນ ກົມກວດກາ, ກົມກິດຈະການນັກສຶກສາ, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ກົມກິລາລະດັບສູງ, ສູນການສຶກສາຮຽນຮ່ວມ, ກົມການສຶກສາຊັ້ນສູງ, ກົມສ້າງຄູ ແລະ ພະນັກງານຂອງກົມປະກັນຄຸນນະພາບການສຶກສາ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ໃຫ້ກຽດຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານຂອງກົມປະກັນຄຸນນະພາບການສຶກສາ ສະບັບເລກທີ 6640 ແລະ 6641 ລົງວັນທີ 12 ກັນຍາ 2024.
ພາຍຫຼັງການມອບຂໍ້ຕົກລົງໃຫ້ ຜູ້ຮັບຕໍາແໜ່ງໃໝ່, ທ່ານວ່າການແທນຫົວໜ້າກົມ ໄດ້ມີຄໍາເຫັນໂອ້ລົມ ແລະ ຂອບໃຈບັນດາແຂກທີ່ເຂົ້າມາຮ່ວມພິທີ ເປັນສັກຂີພະຍານໃນຄັ້ງນີ້ ແລະ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ສືບຕໍ່ກໍ່ສ້າງພວກກ່ຽວໃຫ້ມີຄວາມກ້າວໜ້າໃນໜ້າທີ່ການງານຕໍ່ໆໄປ.



