
ກອງປະຊຸມເຄືອຂ່າຍປະກັນຄຸນນະພາບ ພາກໃຕ້
- Categories ການເຄື່ອນໄຫວ, ການປະກັນຄຸນນະພາບການສຶກສາ
- ວັນທີ 25/03/2025
ໃນວັນທີ 25-28 ມີນາ 2025ທີ່ຜ່ານມາ, ກົມປະກັນຄຸນນະພາບການສຶກສາ ຮ່ວມກັບກົມອາຊີວະສຶກສາ ແລະ ເຄືອຂ່າຍປະກັນຄຸນນະພາບພາກໃຕ້ ໄດ້ຈັດກອງປະຊຸມເຄືອຂ່າຍ ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບໃນໄລຍະຜ່ານມາ. ພາຍໃຕ້ການເປັນຄະນະປະທານຂອງ ທ່ານ ວິໄລພອນ ພົມມະຫາໄຊ ວ່າການແທນຫົວໜ້າກົມອາຊີວະສຶກສາ ແລະ ທ່ານ ປັນຍາ ຈັນທະວົງ ວ່າການແທນຫົວໜ້າກົມປະກັນຄຸນນະພາບການສຶກສາ.
ພ້ອມດຽວກັນ ບັນດາສະຖານອາຊີວະສຶກສາພາກໃຕ້ ກໍ່ໄດ້ຖອດຖອນບົດຮຽນ ການນໍາໃຊ້ ມາດຕະຖານຄຸນນະພາບ ແລະ ຄູ່ມືຈັດຕັ້ງປະຕິບັດ ສະບັບໃໝ່ ເພື່ອເປັນບ່ອນອີງ ໃນການຜັນຂະຫຍາຍວຽກງານປະກັນຄຸນນະພາບ ໃຫ້ປາກົດເຫັນເປັນຮູບປະທໍາ.
Tag:dissemination, QA, QA Network



