ການເຄື່ອນໄຫວ
- Home
- ການເຄື່ອນໄຫວ
- ການປະກາດການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານຂອງກົມປະກັນຄຸນນະພາບການສຶກສາ
ໃນພິທີດັ່ງກ່າວ ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ໃຫ້ກຽດຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານຂອງກົມປະກັນຄຸນນະພາບການສຶກສາ ສະບັບເລກທີ 6640 ແລະ 6641 ລົງວັນທີ 12 ກັນຍາ 2024.
ພາຍຫຼັງການມອບຂໍ້ຕົກລົງໃຫ້ ຜູ້ຮັບຕໍາແໜ່ງໃໝ່, ທ່ານວ່າການແທນຫົວໜ້າກົມ ໄດ້ມີຄໍາເຫັນໂອ້ລົມ ແລະ ຂອບໃຈບັນດາແຂກທີ່ເຂົ້າມາຮ່ວມພິທີ ເປັນສັກຂີພະຍານໃນຄັ້ງນີ້ ແລະ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ສືບຕໍ່ກໍ່ສ້າງພວກກ່ຽວໃຫ້ມີຄວາມກ້າວໜ້າໃນໜ້າທີ່ການງານຕໍ່ໆໄປ.