
ເຜີຍແຜ່ວຽກງານປະກັນຄຸນນະພາບ ໃຫ້ແກ່ ວິທະຍາຄານການເມືອງ
- Categories ການເຄື່ອນໄຫວ, ການປະກັນຄຸນນະພາບການສຶກສາ
- ວັນທີ 16/05/2025
ໃນວັນທີ 16 ພຶດສະພາ 2025 ທີ່ຜ່ານມາ, ກົມປະກັນຄຸນນະພາບການສຶກສາ ໄດ້ລົງເຜີຍແຜ່ວິທີການປະກັນຄຸນນະພາບ ໃຫ້ແກ່ ວິທະຍາຄານການເມືອງ (ກະຊວງປ້ອງກັນຄວາມສະຫງົບ). ໃນກອງປະຊຸມຝຶກອົບຮົມດັ່ງກ່າວ, ປະກອບມີ ພັອ. ສອນພະຈັນ ທໍາມະວົງ ຮອງຫົວໜ້າອໍານວຍການ ວິທະຍາຄານ, ຄູອາຈານ ແລະ ພະນັກງານ ເຂົ້າຮ່ວມ ເພື່ອໃຫ້ເຂົ້າໃຈ ຕໍ່ວິທີການປະກັນຄຸນນະພາບ ເປັນຕົ້ນແມ່ນ ມາດຕະຖານຄຸນນະພາບ, ວິທີການປະເມີນຕົນເອງ, ການປະເມີນພາຍນອກ ແລະ ອື່ນໆ.
Tag:Academy, dissemination, QA



