
ກົມປະກັນຄຸນນະພາບການສຶກສາ ແລະ ກົມຄຸ້ມຄອງຄຸນນະພາບການສຶກສາ (ສສ. ຫວຽດນາມ) ຕົກລົງກັນ ໃນແຜນການຮ່ວມມືສອງຝ່າຍ 2025-2030
- Categories ການເຄື່ອນໄຫວ
- ວັນທີ 22/05/2025
ໃນລະຫວ່າງວັນທີ 21-22 ພຶດສະພາ 2025 ທີ່ຜ່ານມາ, ຢູ່ທີ່ກົມປະກັນຄຸນນະພາບການສຶກສາ (ປຄສ), ທ່ານ ຟາມກວັກແຄງ (Phạm Quốc Khánh) ຮອງຫົວໜ້າກົມຄຸ້ມຄອງຄຸນນະພາບການສຶກສາຂອງສສ.ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ຮ່ວມເຮັດວຽກ ໃນການທົບທວນຄືນແຜນການ 2021-2030 ແລະ ເຮັດຂໍ້ຕົກລົງຕໍ່ແຜນການຮ່ວມມືສອງຝ່າຍ 2025-2030.
ໃນປີ 2025-2030, ກົມດັ່ງກ່າວ ໄດ້ຕົກລົງຈະສະໜັບສະໜູນ ປຄສ. ໃນການດໍາເນີນກິດຈະກໍາ ໃນ 4 ອົງປະກອບ ດັ່ງລຸ່ມນີ້.
I) ການປະກັນຄຸນນະພາບ ຊັ້ນປະຖົມ ແລະ ອະນຸບານສຶກສາ
II) ການປະກັນຄຸນນະພາບ ໃນລະດັບຫຼັກສູດຂອງການສຶກສາຊັ້ນສູງ
III) ການນໍາໃຊ້ ວິທີການທົດສອບຂອງ SEA-PML ແລະ PISA ເພື່ອປັບປຸງຄຸນນະພາບການຮຽນການສອນ
IV) ການຄຸ້ມຄອງວຸດທິບັດ - ໃບປະກາດ ແລະ ໃບຢັ້ງຢືນ
ກິດຈະກໍາການຮ່ວມມື ຈະສຸມໃສ່ການສ້າງຂີດຄວາມສາມາດໃຫ້ແກ່ ພະນັກງານລາວ ຢູ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ສະຖານການສຶກສາ, ໂດຍດໍາເນີນການທັງຢູ່ລາວ ແລະ ຫວຽດນາມ.



