
ຄະນະກໍາມາທິການ ວັດທະນະທໍາ ແລະ ສັງຄົມ ສົນທະນາກ່ຽວກັບ ກົດໝາຍວ່າດ້ວຍການສຶກສາ
ວັນທີ 2-3 ພະຈິກ 2024 ທີ່ຫໍປະຊຸມແຫ່ງຊາດ, ຄະນະກຳມາທິການວັດທະນະທຳ-ສັງຄົມ ໄດ້ດຳເນີນກອງປະຊຸມຄົບຄະນະ ເພື່ອກະກຽມ ແລະ ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ ກ່ອນກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8 ຈະໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ.
ໃນໂອກາດນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ.) ນຳໂດຍ ທ່ານ ປອ. ສໍາລານ ພັນຄະວົງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະຮັບຜິດຊອບປັບປຸງກົດໝາຍ ໄດ້ເຂົ້າຮ່ວມຮ່ວມ ພ້ອມທັງນໍາສະເໜີ ຮ່າງກົດໝາຍວ່າດ້ວຍການສຶກສາ ສະບັບປັບປຸງ.






